logo

ອາຊຽ​ນ 2020: ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ໄດ້ຄັດ​ເລືອກ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​

2020/9/10 | 10:27:00
(VOVWORLD) -ໃນຖານະເປັນຮອງເລຂາທິການໃຫຍ່ຄົນໃໝ່, ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດການຄຸ້ມຄອງບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ…
ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຜູ້ຕາງໜ້າ ຫວຽດນາມ ປະຈຳ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ(ພາບ: TTXVN) 

ທີ່ກອງປະຊຸມຄັ້ງທີ 27ສະພາປະສານງານອາຊຽນ (ACC) ໃນວັນທີ 9 ກັນຍາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບກັບຄຳສະເໜີຂອງທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ແລະ ເຫັນດີຕົກລົງຄັດເລືອກເອົາ ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຜູ້ຕາງໜ້າ ຫວຽດນາມ ປະຈຳ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR), ເປັນຮອງເລຂາທິການໃຫຍ່ ອາຊຽນຄົນໃໝ່ຮັບຜິດຊອບ ວຽກງານປະຊາຄົມ ແລະ ວຽກງານພາຍໃນຂອງຄະນະເລຂາທິການອາຊຽນ ອາຍຸການ  ແຕ່ກຸມພາ 2021 - ກຸມພາ 2024.

ໃນຖານະເປັນຮອງເລຂາທິການໃຫຍ່ຄົນໃໝ່, ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດການຄຸ້ມຄອງບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ…

TAG
VOV/VOVworld/ອາຊຽ​ນ 2020/​ຫວຽດ​ນາມ​/​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ