logo

ອາ​ຊຽນ ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ກຳ​ປູ​ເຈຍ - ໄທ

2025/12/30 | 07:33:19
(VOVWORLD) - ເພື່ອຮັບປະກັນໃຫ້ຂໍ້ຕົກລົງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ສອງປະເທດໄດ້ຕົກລົງເປັນເອກະພາບເພີ່ມທະວີບົດບາດຂອງກຸ່ມສັງເກດການ ອາຊຽນ (AOT).

ວັນທີ 29 ທັນວາ, ປະທານ ອາຊຽນ ໄດ້ອອກຖະແຫຼງການຊົມເຊີຍໝາກຜົນກອງປະຊຸມພິເສດຄັ້ງທີ 3 ຂອງຄະນະກຳມະການຊາຍແດນລວມ (GBC) ລະຫວ່າງ ກຳປູເຈຍ ແລະ ໄທ ໃນວັນທີ 27 ທັນວາ, ອັນໄດ້ຂີດໝາຍບາດກກ້າວເດີນສຳຄັນໃນການສ້າງສັນຕິພາບຢູ່ເຂດຊາຍແດນລະຫວ່າງສອງປະເທດ. ເພື່ອຮັບປະກັນໃຫ້ຂໍ້ຕົກລົງໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ສອງປະເທດໄດ້ຕົກລົງເປັນເອກະພາບເພີ່ມທະວີບົດບາດຂອງກຸ່ມສັງເກດການ ອາຊຽນ (AOT). ຕາມນັ້ນແລ້ວ, ສອງປະເທດຈະປຶກສາຫາລືກັບປະທານ ອາຊຽນ ແລະ AOT ເພື່ອຢັ້ງຢືນ ແລະ ຮັບປະກັນເລື່ອງຜັນຂະຫຍາຍທຸກມາດຕະການທີ່ໄດ້ຕົກລົງນຳກັນ ຢ່າງມີປະສິດທິຜົນ. ຖະແຫຼງການກໍຊີ້ແຈ້ງວ່າ, ອາຊຽນ ສືບຕໍ່ຢັ້ງຢືນບົດບາດເປັນກາງໃນການຮັບປະກັນຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ ແລະ ເນັ້ນໜັກເຖິງຫຼັກການແກ້ໄຂຂໍ້ຂັດແຍ້ງກັນດ້ວຍສັນຕິວິທີ, ບໍ່ນຳໃຊ້ອາວຸດຖືກຕ້ອງຕາມກົດບັດ ສປຊ ແລະ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC). 

TAG
VOV/VOVworld/ກຸ່ມ​ສັງ​ເກດ​ການ ອາ​ຊຽນ/ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ກຳ​ປູ​ເຈຍ - ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ