logo

ອາ​ຊຽນ ຕ້ອງ​ສາ​ມັກ​ຄີ ແລະ ຕັດ​ສິນ​ໃຈ​ບັນ​ລຸ​ໄດ້ COC ທີ່​ມີ​ລັກ​ສະ​ນະ​ຜູກ​ມັດ​ທາງ​ດ້ານ​ນິ​ຕິ​ກຳ

2022/11/10 | 11:58:37
(VOVWORLD) -ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງຕັດສິນໃຈ ແລະ ມີຄວາມສາມັກຄີໃນການຍູ້ໄວການເຈລະຈາຕ່າງໆ ເພື່ອມຸ່ງໄປເຖິງການເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີລັກສະນະຜູກມັດທາງດ້ານນິຕິກຳໂດຍໄວ.
ທ່ານ Veeramalla Anjaiah ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ໂດຍຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລົງນາມໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ຄົບຮອບ 40 ປີ ແລະ ຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄົບຮອບ 20 ປີ, ທ່ານ Veeramalla Anjaiah, ນັກຊ່ຽວຊານຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້າບັນດາບັນຫາໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປະຈຳ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ: ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງຕັດສິນໃຈ ແລະ ມີຄວາມສາມັກຄີໃນການຍູ້ໄວການເຈລະຈາຕ່າງໆ ເພື່ອມຸ່ງໄປເຖິງການເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີລັກສະນະຜູກມັດທາງດ້ານນິຕິກຳໂດຍໄວ.

        ທ່ານ Veeramalla Anjaiah ຖືວ່າ, ພາຍຫຼັງການລົງນາມມາເປັນເວລາ 20 ປີ, DOC ຍັງມີຂໍ້ຈຳກັດຈຳນວນໜຶ່ງ ຍ້ອນບໍ່ມີຄວາມຜູກມັດທາງດ້ານນິຕິກຳລະຫວ່າງບັນດາປະເທດ, ຍັງບໍ່ທັນເສີມຂະຫຍາຍໄດ້ປະສິດທິຜົນໃນການແກ້ໄຂບັນດາຂໍ້ຂັດແຍ້ງຢູ່ທະເລ. ທ່ານ Veeramalla Anjaiah ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ຕ້ອງມີຄວາມສາມັກຄີໃນການຍູ້ໄວການເຈລະຈາຕ່າງໆ ເພື່ອມຸ່ງໄປເຖິງການເຊັນກົດແຫ່ງການປະພຶດ COC ທີ່ມີຄວາມຜູກມັດທາງດ້ານນິຕິກຳ. COC ສະບັບໃໝ່ ຈະແມ່ນກົນໄກທີ່ມີປະສິດທິຜົນເພື່ອແກ້ໄຂຄວາມບໍ່ລົງລອຍກັນ, ຄວບຄຸມບັນດາການເຄື່ອນໄຫວທີ່ອາດຈະກໍ່ຄວາມເຄັ່ງຕຶງຢູ່ເຂດທະເລຕາເວັນອອກ.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

TAG
VOV/VOVworld/DOC/COC/ນິ​ຕິ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ