logo

ອາ​ຊຽ​ນຢ​ັ້ງ​ຢືນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ພິ​ຈາ​ລະ​ນາ​ຮັບ​ສະ​ໝັດ ຕີ​ມໍ-ເລສເຕເປັນ​ສະ​ມາ​ຊິກ

2020/10/8 | 12:03:30
(VOVWORLD) -ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ອັບເດດ ແລະ ປຶກສາຫາລືວຽກງານໜູນຊ່ວຍ ຕີມໍ-ເລສເຕເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ກຽມພ້ອມທຸກໆວຽກງານໃຫ້ແກ່ເລື່ອງຕີມໍ-ເລສເຕ ເຂົ້າເປັນສະມາຊິກຂອງອາຊຽນ ໃນ3ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ ແລະ ສັງຄົມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງອອນລາຍ ສະພາປະສານງານ ອາຊຽນ (ACCWG) ຄັ້ງທີ 10

(ພາບ: TTXVN)

ວັນທີ 8 ຕຸລາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະ SOM ອາຊຽນຂອງ ຫວຽດນາມ ໄດ້ເປັນປະທານ ກອງປະຊຸມປະຕິບັດງານ ສະພາປະສານງານ ອາຊຽນ (ACCWG) ກ່ຽວກັບການພິຈາລະນາຮັບສະໝັກ ຕີມໍ-ເລສເຕ ເປັນສະມາຊິກ. ກອງປະຊຸມມີການເຂົ້າຮ່ວມຂອງເຈົ້າໜ້າທີ່ອາວຸໂສ ບັນດາປະເທດ ອາຊຽນຂຶ້ນກັບ 3 ເສົາຄ້ຳແມ່ນ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ພ້ອມກັບຜູ້ຕາງໜ້າຄະນະເລຂາອາຊຽນ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ອັບເດດ ແລະ ປຶກສາຫາລືວຽກງານໜູນຊ່ວຍ ຕີມໍ-ເລສເຕເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ກຽມພ້ອມທຸກໆວຽກງານໃຫ້ແກ່ເລື່ອງຕີມໍ-ເລສເຕຂົ້າເປັນສະມາຊິກຂອງອາຊຽນ ໃນ3ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ ແລະ ສັງຄົມ. ທ່ານ ຫງວຽນກ໊ວກຢຸງໃຫ້ຮູ້ວ່າ: ເຖິງວ່າປະສົມກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid – 19 ກໍ່ຕາມ, ແຕ່ບັນດາຝ່າຍຍັງຄົງມານະພະຍາຍາມຮັບປະກັນໃຫ້ວິວັດທະນາການພິຈາລະນາ ແລະ ຮັບສະໝັກ ຕີມໍ-ເລສເຕເປັນສະມາຊິກອາຊຽນ.

        ບັນດາຜູ້ແທນອາຊຽນໄດ້ຕີລາຄາສູງຄວາມຕັດສິນໃຈ ແລະ ມານະພະຍາຍາມຂອງ ຕີມໍ-ເລສເຕ ມຸ່ງໄປສູ່ການເຂົ້າຮ່ວມອາຊຽນ, ພ້ອມທັງເຫັນດີເປັນເອກະພາບສືບຕໍ່ໜູນຊ່ວຍ ຕີມໍ-ເລສເຕ ຍົກສູງກຳລັງຄວາມສາມາດ ເພື່ອຕອບສະໜອງໄດ້ບັນດາເງື່ອນໄຂ ແລະ , ພັນທະສະມາຊິກຂອງອາຊຽນເທື່ອລະກ້າວ.

TAG
VOV/VOVworld/ອ​າ​ຊຽນ/ຫວຽດ​ນາມ/ຕີມໍ-ເລສເຕ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ