logo

ອາ​ຊຽນ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ ສ​ປ​ປ.ເກົາຫຼີ

2022/2/5 | 07:28:05
(VOVWORLD) -ອາຊຽນ ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສວມບົດບາດສ້າງ, ຮັບຮອງເອົາການນຳໃຊ້ບັນດາກົນໄກຂອງ ອາຊຽນ ເປັນຕົ້ນແມ່ນ ເວທີປາໄສພາກພື້ນ ອາຊຽນ (ARF), ໃນການຊຸກຍູ້ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງແຫຼມເກົາຫຼີ ປອດນິວເຄຼຍ.
(ພາບປະກອບ: ຄະນະເລຂານຸການອາຊຽນ) 

ໃນຖະແຫຼງການສະບັບໜຶ່ງຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດ ອາຊຽນ ທີ່ຍົກອອກໃນວັນທີ 4 ກຸມພາ 2022 ອາຊຽນ, ໄດ້ສະແດງຄວາມວິຕົກກັງວົນຢ່າງຮຸນແຮງ ຕໍ່ເຫດການຍິງທົດລອງລູກສອນໄຟ ຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ  ຊຶ່ງອາດຈະ “ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ ແລະ ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ”. ອາຊຽນ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດພັນທະຂອງປະເທດນີ້ຢ່າງຄົບຖ້ວນ ຕໍ່ມະຕິທຸກສະບັບທີ່ກ່ຽວຂ້ອງ ຂອງ ສະພາຄວາມໝັ້ນຄົງ ສປຊ. ອາຊຽນ ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສວມບົດບາດສ້າງ, ຮັບຮອງເອົາການນຳໃຊ້ບັນດາກົນໄກຂອງ ອາຊຽນ ເປັນຕົ້ນແມ່ນ ເວທີປາໄສພາກພື້ນ ອາຊຽນ (ARF), ໃນການຊຸກຍູ້ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງແຫຼມເກົາຫຼີ ປອດນິວເຄຼຍ.

        ຖະແຫຼງການຂອງ ອາຊຽນ ທີ່ໄດ້ຍົກອອມານັບແຕ່ຕົ້ນປີມາຮອດປັດຈຸບັນ, ສປປ.ເກົາຫຼີ ໄດ້ປະຕິບັດການຍິງທົດລອງລູກສອນໄຟ 7 ຄັ້ງ, ຄັ້ງຫຼ້າສຸດແມ່ນ ໄດ້ຍິງລູກສອນໄຟນຳວິຖີໄລຍະກາງ ແລະ ໄລຍະໄກ Hwasong – 12 ໜຶ່ງລູກໃນວັນທີ 30 ເດືອນມັງກອນ. ນີ້ແມ່ນການຍິງລູກສອນໄຟໄລຍະໄກທີ່ສຸດຂອງ ສປປ.ເກົາຫຼີ ນັບແຕ່ເດືອນພະຈິກ 2017 ເປັນຕົ້ນມາ.

TAG
VOV/VOVworld/ອາ​ຊຽນ/ສ​ປ​ປ.ເກົາຫຼີ/ແຫຼມ​ເກົາຫຼີ/ປອດ​ນິວ​ເຄຼຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ