logo

ອາ​ຊຽນ ສ້າງ​ຕັ້ງ​ກຳ​ລັງປະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາກ​ພື້ນ

2025/9/12 | 10:24:48
(VOVWORLD) - ກຳລັງປະຕິບັດໜ້າທີ່ພິເສດເລີ່ມເຄື່ອນໄຫວແຕ່ວັນທີ 10 ກັນຍາ, ບັນດາເຈົ້າໜ້າທີ່ປ້ອງກັນຊາດ ອາຊຽນ ຈະພິຈາລະນາ ແລະ ຕິດຕາມບັນດາບັນຫາທີ່ໄດ້ຍົກອອກມາໃນກອງປະຊຸມຄັ້ງຕໍ່ໄປຢູ່ Manila, ຟີລິບປິນ ໃນປີໜ້າຢ່າງໃກ້ຊິດ.
ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໃນກອງປະຊຸມ  ACDFM-22 (ພາບ: TTXVN)

ໃນຂອບເຂດກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດ ອາຊຽນ ຄັ້ງທີ 22 (ACDFM-22), ໄດ້ດຳເນີນແຕ່ວັນທີ 10 – 12 ກັນຍາ, ຢູ່ ກົວລາ ລຳເປີ (ມາເລເຊຍ), ບັນດາເຈົ້າໜ້າທີ່ປ້ອງກັນຊາດແຖວໜ້າ ອາຊຽນ ໄດ້ເຫັນດີສ້າງຕັ້ງກຳລັງປະຕິບັດໜ້າທີ່ພິເສດລວມ ເພື່ອແກ້ໄຂບັນດາໄພນາບຂູ່ຂ້າມຊາຍແດນແບບໃໝ່ ແລະ ສະໜອງການກູ້ໄພກູ້ຊີບວິນາດຕະກຳໃນພາກພື້ນ.

        ທ່ານພົນເອກ Mohz Nizam Jaffar ຫົວໜ້າຜູ້ບັນຊາການກຳລັງປ້ອງກັນຊາດ ມາເລເຊຍ, ໃຫ້ຮູ້ວ່າ ກຳລັງປະຕິບັດໜ້າທີ່ພິເສດນີ້ ຈະສວມບົດບາດໃນການແກ້ໄຂບັນດາໄພນາບຂູ່ຂ້າມຊາຍແດນແບບໃໝ່, ເຊັ່ນ: ອາດຊະຍາກຳທາງອິນເຕີເນັດ ແລະ ສໍ້ໂກງຫຼອກລ່ວງທາງອິນເຕີເນັດ, ກໍຄືປະສານງານບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບວິນາດຕະກຳໃນພາກພື້ນ. ກຳລັງປະຕິບັດໜ້າທີ່ພິເສດເລີ່ມເຄື່ອນໄຫວແຕ່ວັນທີ 10 ກັນຍາ, ບັນດາເຈົ້າໜ້າທີ່ປ້ອງກັນຊາດ ອາຊຽນ ຈະພິຈາລະນາ ແລະ ຕິດຕາມບັນດາບັນຫາທີ່ໄດ້ຍົກອອກມາໃນກອງປະຊຸມຄັ້ງຕໍ່ໄປຢູ່ Manila, ຟີລິບປິນ ໃນປີໜ້າຢ່າງໃກ້ຊິດ.

 

TAG
VOV/VOVworld/ACDFM-22/ກຳລັງປ້ອງກັນຊາດ ອາຊຽນ/ປະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ