logo

ອາຊຽນ, ສ.ເກົາຫຼີ ຊຸກຍູ້ຊາວໜຸ່ມ ແລະ ແມ່ຍິງເຂົ້າຮ່ວມການພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ

2014/12/11 | 10:29:38
(vovworld) - ວັນ​ທີ 10/12, ຄະນະ​ເລຂາ​ ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ-ສ.​ເກົາຫຼີ ຢູ່ Siem Riep ປະ​ເທດ​ກຳປູ​ເຈຍ. ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ໃນ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SME) ”...


(ພາບປະກອບ)

(vovworld) - ວັນ​ທີ 10/12, ຄະນະ​ເລຂາ​ ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ-ສ.​ເກົາຫຼີ ຢູ່ Siem Riep ປະ​ເທດ​ກຳປູ​ເຈຍ. ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ໃນ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SME) ” ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ຊາວ​ໜຸ່ມ ​ແລະ ​ ນັກທຸລະກິດຍິງ​ມາ​ຈາກ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ສ.​ເກົາຫຼີ ​ແລກປ່ຽນ​ທັດສະນະ​ ກ່ຽວກັບ​ບົດບາດ​ທີ່​ສຳຄັນ​ຂອງ​ບັນດາ SME ​ໃນ​ພື້ນຖານ​ເສດຖະກິດ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສົ່ງ​ເສີມ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ພັດທະນາ SME. ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວ ​ໄດ້​ຮັບຮອງ​ເອົາ​ບາງ​ຂໍ້​ສະ​ເໜີ​ແນະ​ຂອງ​ບັນດາ​ການ​ນຳ ອາ​ຊຽນ ​ແລະ ສ.​ເກົາຫຼີ ທີ່​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ-ສ.​ເກົາຫຼີ ​ໄດ້ດຳ​ເນີນຢູ່​ບູຊາ​ນ ກໍ່​ຄື​ສ້າງ​ເວທີ​ປາ​ໄສກ່ຽວ​ກັບການ​ພົວພັນ​ ລະຫວ່າງຊາວ​ໜຸ່ມ ​ແລະ ​ນັກທຸລະກິດ​ຍິງ, ​ເພີ່ມ​ທະວີ​ບັນດາ​ແຜນ​ນະ​ໂຍບາຍ, ກົນ​ໄກ​ການ​ເງິນ ​ແລະ ຕິດຕາມ​ກວດກາ​ຂອງ​ລັດຖະບານ​ໃນ​ການ​ໜູນ​ຊ່ວຍ ​ແລະ ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ກັບ​ແຫຼ່ງທຶນ​ໃຫ້​ແກ່ SME ​ແລະ ຊ່ວຍ​ບັນດາ SME ພັດທະນາ​ຢ່າງ​ໝັ້ນຄົງ.

TAG
(Lien) ອາຊຽນ/ສ.ເກົາຫຼີ/ຊາວໜຸ່ມ/ແມ່ຍິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ