logo

ອ​າ​ຊຽນ​ເປັນ​ເຈົ້າ​ການ​​ຮັບ​ມື, ຫຼຸດ​ຜ່ອນ​ຄວາມ​ສ່ຽງຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ

2020/3/11 | 10:59:56
(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 ເຊິ່ງພວມດຳເນີນຢູ່ນະຄອນ ດ່ານັ້ງ, ຕອນເຊົ້າວັນທີ 11 ມີນາ, ບັນດາລັດຖະມົນຕີອາຊຽນ ໄດ້ສືບຕໍ່ປຶກສາຫາລືກ່ຽວກັບທິດທາງ ເພື່ອໃຫ້ບັນດາປະເທດ ອາຊຽນຊຸກຍູ້ເລື່ອງສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).
ອາຊຽນເປັນເຈົ້າການຮັບມື, ຫຼຸດຜ່ອນຄວາມສ່ຽງຢູ່ໃນລະດັບຕ່ຳສຸດ 

ບັນດາຂໍ້ລິເລີ່ມ, ບຸລິມະສິດຂອງ ຫວຽດນາມໃນປີ ເປັນປະທານ ອາຊຽນ 2020 ແມ່ນ ສຸມໃສ່ເຂົ້າບັນດາຂົງເຂດຄື: ການຄ້າເອເລັກໂຕນິກ, ການຄ້າຂາຍສິນຄ້າ, ພະລັງງານ, ເຕັກໂນໂລຢີ - ຂໍ້ມູນຂ່າວສານ, ກະສິກຳ, ພັດທະນາແບບຍືນຍົງ, ການເງິນ, ສະຖິຕິ, ປ່ຽນແປງໃໝ່ປະດິດຄິດສ້າງ…ທ່ານ ເລືອງຮ່ວາງທ້າຍ, ຫົວໜ້າກົມນະໂຍບາຍສາກົນ, ສັງກັດກະຊວງອຸດສາຫະກຳ - ການຄ້າ ຫວຽດນາມໃຫ້ຮູ້ວ່າ:

        ປີນີ້, ພວກເຮົາຕ້ອງວາງອອກປະຖົມປັດໄຈໃຫ້ແກ່ການກວດກາຄືນ ບັນຫາຄວນໃຫ້ບຸລິມະສິດທັງໝົດແກ່ວຽກງານສ້າງປະຊາຄົມອາຊຽນ. ຫວຽດນາມໄດ້ຍົກອອກຂໍ້ລິເລີ່ມເພື່ອໃຫ້ອາຊຽນເພີ່ມທະວີການຄ້າພາຍໃນກຸ່ມ. ຂໍ້ລິເລີ່ມນີ້ໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງທີ່ສຸດຈາກບັນດາປະເທດອາຊຽນ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນໄດ້ຮັບຮອງເອົາ12 ໃນຈຳນວນ 13 ຂໍ້ລິເລີ່ມບຸລິມະສິດຂອງ ຫວຽດນາມ ແມ່ນໝາກຜົນສຳຄັນ, ເປັນການຢັ້ງຢືນບົດບາດຂອງອາຊຽນ ເພື່ອມຸ່ງໄປເຖິງການປັບປຸງກຸ່ມກ້ອນສາມັກຄີພາຍໃນພາກພື້ນ, ເພີ່ມທະວີກຳລັງແຮງພາຍໃນກຸ່ມ, ຍົກສູງບົດບາດຂອງສະມາຄົມເສດຖະກິດອາຊຽນ.

        ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດ Covid – 19, ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ 2020 ໄດ້ສະເໜີໃຫ້ຍົກອອກຖະແຫຼງການຮ່ວມຂັ້ນລັດຖະມົນຕີເພື່ອແນໃສ່ຮັກສາລະບົບການສະໜອງ ແລະ ຄວາມສາມາດໃນການຟື້ນຟູເສດຖະກິດ ຂອງ ອາຊຽນ, ເປັນເຈົ້າການຮັບມື ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ຢູ່ໃນລະດັບຕ່ຳສຸດ.

TAG
VOV/VOVworld/ອ​າ​ຊຽນ/ຫຼຸດ​ຜ່ອນ​ຄວາມ​ສ່ຽງຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ