logo

ອາຊຽນແລະເຢຍລະມັນຊຸກຍູ້ການພົວພັນຢ່າງແຫນ້ນແຟ້ນແລະມີປະສິດທິຜົນ

2014/1/29 | 08:48:49
(vovworld)-ນີ້​ແມ່ນ​ຂໍ້​ຕົກລົງ​ລະຫວ່າງ​ເຢຍລະ​ມັນ ​ແລະ ອາ​ຊຽນ ທີ່​ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ກຳມະການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ​ເຢຍລະ​ມັນ


ພາບປະກອບ:internet


(vovworld)-ນີ້​ແມ່ນ​ຂໍ້​ຕົກລົງ​ລະຫວ່າງ​ເຢຍລະ​ມັນ ​ແລະ ອາ​ຊຽນ ທີ່​ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ກຳມະການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ​ເຢຍລະ​ມັນ ຊື່​ງດຳ​ເນີນ​ໄປ​​ເມື່ອ​ວັນ​ທີ 28/1 ຢູ່ ສຳ​ນັກ​ງານ​ຄະນະ​ເລຂາ ອາ​ຊຽນ ທີ່​ນະຄອນຫລວງ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ. ຝ່າຍ ​ເຢຍລະ​ມັນ ​ແລະ ອາ​ຊຽນ ​ເຫັນ​ດີ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ໃນ 3 ຂົງ​ເຂດ​ບຸລິມະສິດ​ເປັນ​ຈຸດ​ສຸມຄື: ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຕ້າ​ນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ກັບ​ພາກ​ພື້ນ, ກໍ່ສ້າງ ​ແລະ ​ເພີ່ມ​ທະວີ​ລະບອບ​ນະ​ໂຍບາຍ, ກຳລັງ​ຄວາມ​ສາມາດ. ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ Georg Witschel ​ເອກ​ອັກຄະ​ລັດຖະທູດ ​ເຢຍລະ​ມັນ ປະຈຳ ອາ​ຊຽນ ​ໄດ້​ເນັ້ນ​ຫນັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ສຳລັບ ​ເຢຍລະ​ມັນ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ.

 

TAG
vovworld/vov/​ເຊື່ອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ກັບ​ພາກ​ພື້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ