logo

ອ້າຍທະຫານລຸງ ໂຮ່ ຈາກສະໜາມຮົບຮອດຊີວິດປະຈຳວັນ

2025/3/16 | 09:19:00
(VOVWORLD) - ປັດຈຸບັນທ່ານ ຕຶ ໄດ້ນຳໃຊ້ເຮືອນຂອງຕົນເອງເປັນບ່ອນຢູ່ໃຫ້ນັກສຶກສາຈຳນວນໜຶ່ງທີ່ມີສະພາບຫຍຸ້ງຍາກ ພ້ອມກັນນັ້ນທ່ານກໍ່ຊ່ວຍໜູນຄ່າກິນໃນແຕ່ລະວັນໃຫ້ແກ່ພວກນ້ອງ.

ນັກຮົບເກົ່າ ໂງຊວັນຕຶ ໜູນຊ່ວຍເມຍຂອງທະຫານເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ຮ່ານາມ
(ພາບ: VOV2)

       ນັກຮົບເກົ່າ ໂງຊວັນຕຶ ຢູ່ຕາແສງ ລອງບຽນ ເມືອງ ລອງບຽນ ຮ່າໂນ້ຍ ໄດ້ເຂົ້າຮ່ວມການສູ້ຮົບຢູ່ຕາມສະໜາມຮົບເປັນເວລາ 30 ປີ. ເມື່ອອອກຈາກຖັນແຖວກອງທັບ, ທ່ານໄດ້ກັບຄືນສູ່ບ້ານເກີດສ້າງສູນການຊ່າງ ເພື່ອສ້າງວຽກເຮັດງານທຳ ສ້າງຊີວິດເປັນປົກກະຕິໃຫ້ແກ່ບັນດາຜູ້ທີ່ມີຊາຕາກຳອາພັບ

         ນັກຮົບເກົ່າ ໂງຊວັນຕຶ ເກີດປີ 1946. ປີ 1965 ທ່ານໄດ້ຂຽນໃບຄຳຮ້ອງຂໍເຂົ້າຖັນແຖວກອງທັບ ເມື່ອຍັງເປັນນັກຮຽນແຕ່ຍ້ອນອາຍຸຍັງບໍ່ທັນຄົບ ດັ່ງນັ້ນຖືກປະຕິເສດ. ທ່ານ ຕຶ ແບ່ງປັນວ່າ:

     “ເມື່ອກ່ອນນີ້ ຄາວຍັງເປັນນັກຮຽນມີບາງຄົນອາຍຸສູງກວ່າເຮົາກໍ່ໄດ້ເຂົ້າຖັນແຖວກອງທັບ ແລະ ໄດ້ເສຍສະຫຼະຊີວິດ. ຄາວນັ້ນນັກຮຽນຮ່ວມຫ້ອງແຕ່ອາຍຸກໍ່ບໍ່ຊ່ຳກັນ. ໂດຍປະຕິບັດຕາມຄຳຮຽກຮ້ອງຂອງປະທານ ໂຮ່ຈີມິນ ດັ່ງນັ້ນຂ້າພະເຈົ້າໄດ້ຂຽນໃບຄຳຮ້ອງຂໍເຂົ້າຖັນແຖວກອງທັບ”.

       ນ້ຳໃຈຮັກຊາດໄດ້ກະຕຸກຊຸກຍູ້ທ່ານຂຽນໃບຄຳຮ້ອງດ້ວຍເລືອດ. ເມື່ອເຫັນການກະທຳຢ່າງແຮງກ້າຂອງອ້າຍບ່າວ ໂງຊວັນຕຶ ຄາວນັ້ນໜ່ວຍງານເກນທະຫານໄດ້ມີນະໂຍບາຍພິເສດໃຫ້ທ່ານເຂົ້າຖັນແຖວກອງທັບໃນກອງພັນເກົ້າ, ກອງພັນໃຫຍ່ 38. ກອງພົນສອງ, ທະຫານເຂດ 5. ໃນບັ້ນບຸກໂຈມຕີຢູ່ສະໜາມຮົບ ຍຸຍຊວຽນ ແຂວງ ກວ໋າງນາມ ປີ 1969, ທ່ານໄດ້ຮັບບາດເຈັບສາຫັດ  ແລະ ໄດ້ຖືກສົ່ງໄປຍັງພາກເໜືອ ເພື່ອປິ່ນປົວ.ພາຍຫຼັງທີ່ສຸຂະພາບໄດ້ຮັບການຟື້ນຟູ ທ່ານໄດ້ຂໍກັບຄືນສູ່ກົມກອງ ແລະ ເຄື່ອນທັບລົງໄປພາກໃຕ້ເພື່ອສູ້ຮົບ ແລະ ໄດ້ຖືກຍົກຍ້າຍໄປຍັງກອງພັນ 54 ລູກສູນໄຟ. ທ່ານສືບຕໍ່ຢູ່ໃນຖັນແຖວກອງທັບຮອດປີ 1985 ຈຶ່ງພັກບຳນານ, ໂດຍແມ່ນທະຫານເສຍອົງຄະສູນເສຍ 78% ສຸຂະພາບ ແຕ່ທ່ານ ຕຶ ເຄີຍເຮັດວຽກຢ່າງຢຸດຢ່ອນ. ເມື່ອສັບຊ້ອນວຽກງານໃນຄອບຄົວໄດ້ ທ່ານກໍ່ກັບຄືນສູ່ສະໜາມຮົບເກົ່າ ເພື່ອຊອກຫາອັດຖິຂອງບັນດາເພື່ອນຮ່ວມກົມກອງ. ທ່ານ ຕຶ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າເຫັນວ່າ ເຮົາແທດເໝາະກັບວຽກງານໄປຊອກຫາເພື່ອນຮ່ວມກົມກອງ. ເມື່ອລົງໄປຊອກຫາອັດຖິທະຫານເສຍສະຫຼະຊີວິດເທື່ອໜຶ່ງຢູ່ແຂວງ ຫວິງຟຸກ ຂ້າພະເຂົ້າໄດ້ຮັບຄວາມຮັກແພງຈາກຊາວທ້ອງຖິ່ນ. ຜ່ານນັ້ນເຮົາກໍ່ເຫັນໄດ້ເຖິງນ້ຳໃຈມະນຸດທີ່ອົບອຸ່ນ”.

ນັກຮົບເກົ່າ ໂງຊວັນຕຶ ມອບລົດຖີບໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຢູ່ແຂວງ ຮ່ານາມ
(ພາບ: VOV2)

     ໄປຄຽງຄູ່ກັບການເດີນທາງໄປຊອກຫາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ໃນໄລຍະເກືອບ 30 ປີມານີ້, ທ່ານ ຕຶ ຍັງໃຫ້ການອູ້ມຊູຊ່ວຍເຫຼືອບັນດາຜູ້ທີ່ມີຊາຕາກຳອາພັບ ແລະ ຜູ້ທຸກຍາກ. ນັກຮົບເກົ່າ ໂງຊວັນຕຶ ໃຫ້ຮູ້ອີກວ່າ:

      “ປີ 2014 ຂ້າພະເຈົ້າໄດ້ຂາຍເນື້ອທີ່ດິນຂອງຕົນ ເພື່ອສ້າງຕັ້ງໂຮງພິມສອນວິຊາຊີບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຫຼາຍຄົນ. ເງິນທີ່ຂາຍທີ່ດິນກໍ່ບໍ່ພໍ, ຂ້າພະເຈົ້າກໍ່ຕ້ອງກູ້ຢືມຍາດພີ່ນ້ອງ ແລະ ໝູ່ເພື່ອນຕື່ມອີກ ເມື່ອເຫັນວຽການທີ່ເຮົາເຮັດນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສັງຄົມ, ດັ່ງນັ້ນ ເຮົາກໍ່ຕ້ອງຕັດສິນໃຈເຮັດ”

    ປັດຈຸບັນທ່ານ ຕຶ ໄດ້ນຳໃຊ້ເຮືອນຂອງຕົນເອງເປັນບ່ອນຢູ່ໃຫ້ນັກສຶກສາຈຳນວນໜຶ່ງທີ່ມີສະພາບຫຍຸ້ງຍາກ ພ້ອມກັນນັ້ນທ່ານກໍ່ຊ່ວຍໜູນຄ່າກິນໃນແຕ່ລະວັນໃຫ້ແກ່ພວກນ້ອງ. ນ້ອງ ໂງເຕິນຟຸກ ຢູ່ເມືອງ ໂບ໊ແຈັກ ແຂວງ ກວ໋າງບິ່ງ ເປີດເຜີຍວ່າ:

      “ນ້ອງຢູ່ນີ້ໄດ້ 17 ປີແລ້ວ. ພໍ່ແມ່ນ້ອງໄດ້ຢ່າຮ້າງກັນ ແຕ່ຄາວນ້ອງມີອາຍຸໄດ້ພຽງສອງປີ ແລະ ນ້ອງໄດ້ຮັບການຊ່ວຍເຫຼືອຈາກລຸງ ຕຶ. ປັດຈຸບັນນ້ອງພວມຮຽນຢູ່ສະຖານບັນກະສິກຳ. ນ້ອງໄດ້ໄປນຳລຸງຮອດຫຼາຍທ້ອງຖິ່ນເພື່ອເຮັດວຽກງານກຸສົນ, ນ້ອງໄດ້ຮຽນນຳລຸງ ຕຶ ກ່ຽວກັບຈິດໃຈໂອບອ້ອມອາລີ ຮັກແພງມະນຸດ ແລະ ດຳລົງຊີວິດແບບມີຄວາມຮັບຜິດຊອບ”.

     ສ່ວນສະພາບຄອບຄົວຂອງນ້ອງ ກາວັນຮີງ ຢູ່ແຂວງ ເຊີນລາ ປະຈຸບັນແມ່ນນັກສຶກສາສັງກັດໂຮງຮຽນວິທະຍາໄລພາສາຕ່າງປະເທດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ກໍແມ່ນເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ໂຊກດີ ນ້ອງໄດ້ຮັບການໜູນຊ່ວຍຈາກລຸງຕຶ ໃນໂອກາດທີ່ລຸງມາເຮັດວຽກງານກຸສົນຢູ່ແຂວງເຊີນລາ. ນ້ອງຮີງແບ່ງປັນວ່າ :

    “ແມ່ນ້ອງຮູ້ຈັກລຸງຕຶ ຜ່ານການທີ່ລຸງມາເຮັກວຽກງານກຸສົນ. ເມື່ອມາເຮືອນຂອງລຸງ ນ້ອງໄດ້ຮັບການໜູນຊ່ວຍຄ່າກິນ ຄ່າຢູ່ຈາກລຸງ ຕຶ ເຊິ່ງໄດ້ເປັນການຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດໃຫ້ແກ່ຄອບຄົວນ້ອງ. ນ້ອງຈະສູ້ຊົນກາຍເປັນຜູ້ທີ່ມີປະໂຫຍດຕໍ່ສັງຄົມ”

      ປັດຈຸບັນເຮືອນຂອງນັກຮົບເກົ່າ ໂງຊວັນຕຶ ໄດ້ກາຍເປັນຊາຍຄາທີ່ອົບອຸ່ນ ແມ່ນບ່ອນອີງໃຫ້ແກ່ນັກສຶກສາທີ່ທຸກຍາກ. ດ້ວຍວຽກງານທີ່ແທດຈິງ, ທ່ານພວມແຜ່ກະຈາຍວິຖີຊີວິດຮັກແພງມະນຸດດ້ວຍກັນສູ່ວົງຄະນາຍາດ. ສຳລັບທ່ານແລ້ວ, ຄວາມມ່ວນຊື່ນກວ່າໝູ່ກໍ່ແມ່ນການກະທຳທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເພື່ອນຮ່ວມກົມກອງ ແລະ ສັງຄົມ.

TAG
VOV/VOVworld/ກອງພົນ/ທະຫານ/ສະໜາມຮົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ