logo

ອ້າຍບ່າວຫາບນ້ຳຮັບຈ້າງກາຍເປັນນັກທຸລະກິດດີເດັ່ນຂອງແຂວງ ຕຽນຢາງ

2024/10/26 | 09:00:00
(VOVWORLD) - ທ່ານ ເຈົາມິງຫ໋າຍ ຜູ້ອຳນວຍການບໍລິສັດ HK ຈຳກັດ ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວຊາວກະສິກອນທີ່ຕິດພັນກັບທົ່ງໄຮ່ທົ່ງນາມາຫຼາຍລຸ້ນຄົນ. ເມື່ອເຂົ້າໃຈກ່ຽວກັບສິ່ງທ້າທາຍຂອງຊາວກະສິກອນໃນໄລຍະປະຕິວັດອຸດສາຫະກຳຄັ້ງທີ 4.0, ທ່ານໄດ້ສຸມຈິດສຸມໃຈພ້ອມກັບພໍ່ແມ່ພີ່ນ້ອງຮ່ວມສຳພັນທຳການຜະລິດຕາມຮູບແບບທົ່ງໄຮ່ທົ່ງນາໃຫຍ່, ແກ້ໄຂສົ້ນອອກໃຫ້ແກ່ເຂົ້າເປັນສິນຄ້າ ແລະ ກໍ່ສ້າງຍົກລະດັບເຄື່ອງໝາຍເຂົ້າສານ ຫວຽດນາມຢູ່ແຂວງ ຕຽນຢາງ.
ທ່ານ ເຈົາມິງຫ໋າຍ ຜູ້ອຳນວຍການບໍລິສັດ HK ຈຳກັດ

     ບໍລິສັດ HK ຈຳກັດຂອງທ່ານ ເຈົາມິງຫ໋າຍພວມຮ່ວມມືພ້ອມກັບຊາວກະສິກອນບັນດາເມືອງທາງກຳຕາເວັນອອກແຂວງ ຕຽນຢາງ ເພື່ອຜັນຂະຫຍາຍໂຄງການເຊື່ອມຕໍ່ທົ່ງນາໃຫຍ່ ດ້ວຍຍອດເນື້ອທີ່ 2.300 ເຮັກຕາຕໍ່ລະດູການ. ຮ່ວມໃນທົ່ງນາໃຫຍ່ ຊາວກະສິກອນໄດ້ຮັບການແນະນຳມອບໂອນເຕັກນິກການປູກຝັງ ແລະ ໄດ້ຮັບວັດຖຸເຄື່ອງອຸປະກອນຮັບໃຊ້ກະສິກຳປູກເຂົ້າ, ຖືກຊຳລະພາຍຫຼັງເກັບກ່ຽວ ແລະ ບໍ່ຄິດໄລ່ຄ່າດອກເບ້ຍ. ໃນສາມປີທີ່ຜ່ານມາວິສາຫະກິດໄດ້ສະໜອງຝຸ່ນທຸກຊະນິດປະມານ 5.000 ໂຕນ ທີ່ມີການໜູນຊ່ວຍລາຄາເພື່ອຊ່ວຍພໍ່ແມ່ພີ່ນ້ອງຫຼຸດຜ່ອນຄ່າໃຊ້ຈ່າຍສົ້ນເຂົ້າ ແລະ ປົວແປງສະມັດຕະພາບ ຍົກສູງຄຸນນະພາບ, ເພີ່ມຜົນກຳໄລ. ຮອດລະດູການເກັບກ່ຽວ, ທາງບໍລິສັດຍັງໜູນຊ່ວຍເງິນ 300.000 ດົ່ງຕໍ່ເຮັກຕາ. ທ່ານ ຫ໋າຍ ໃຫ້ຮູວ່າ:

       “ສອງປີກ່ອນນີ້ ຊາວກະສິກອນປູກເຂົ້າກໍ່ມີຜົນກຳໄລໜ້ອຍ, ຈາກນັ້ນເຮົາກໍ່ສັງເກດດ້ານເຕັກນິກຄິດວ່າ ຕົນເອງຕ້ອງເຮັດຫຍັງແດ່ໃຫ້ແກ່ຊາວກະສິກອນ. ເຮົາເອງກໍ່ມີຄວາມຫວັງເມື່ອຊາວກະສິກອນພັດທະນາ ເຮົາແມ່ນວິສາຫະກິດກໍ່ຕ້ອງພັດທະນາໃຫ້ດີຂຶ້ນ ເພື່ອມີຜົນປະໂຫຍດໃຫ້ທັງສອງຝ່າຍ. ຈາກນັ້ນຂ້າພະເຈົ້າໄດ້ຕົກລົງລົງທຶນຜະລິດເຂົ້າ. ຜ່ານໄລຍະ 10 ປີຂ້າຜະເຈົ້າເຫັນວ່າ ຮູບແບບໄດ້ຂະຫຍາຍຕົວ. ສຳຄັນທີ່ສຸດແມ່ນຂັ້ນຕອນຜະລິດ ຖ້າພວກເຮົາມີຂັ້ນຕອນຜະລິດກໍ່ຈະສາມາດຫຼຸດຜ່ອນການລົງທຶນທີ່ບໍ່ຈຳເປັນ”.

       ປູກເຂົ້າໃນທົ່ງນາໃຫຍ່ຕາມລະບົບຮ່ວມສຳພັນບໍລິສັດຂອງທ່ານຫ໋າຍ, ຊາວກະສິກອນໄດ້ຮັບຜົນກຳໄລແຕ່ 50% ຫາ 55% ຍອດລາຍໄດ້ຕໍ່ລະດູການ. ປັດຈຸບັນບໍລິສັດພວມສ້າງເຂດວັດຖຸດິບປຸງແຕ່ງເຂົ້າສານທີ່ມີຄຸນນະພາບເພື່ອໄປຂາຍໃຫ້ຕະຫຼາດ ຈີນ, ຍີ່ປຸ່ນ, ອາເມລິກາ, ເອີລົບ… ນອກຈາກນັ້ນທາງບໍລິສັດກໍ່ພວມຜັນຂະຫຍາຍຮູບແບບຜະລິດເຂົ້າຕາມທິດອົງຄະທາດປອດສານຜິດມາດຖານ ເອີລົບ. ທ່ານ ຫງວຽນວັນຕື ອະດີດພະນັກງານພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຕຽນຢາງ ເປີດເຜີຍວ່າ:

      “ອ້າຍ ຫ໋າຍ ກໍ່ສຸດຈິດສຸດໃຈຕໍ່ວຽກງານ. ຮອດຊ່ວງເວລານີ້ອ້າຍກໍ່ໄດ້ເຂົ້າຮ່ວມຫຼາຍຮູບແບບຂອງລັດ; ເຂົ້າຮ່ວມວຽກງານກັບພະແນນກະສິກຳ ແລະ ພັດທະນາຊົນນະບົດແຂວງ ຕຽນຢາງ. ມີຫຼາຍຮູບແບບກໍ່ປະສົບຜົນສຳເລັດ ແລະ ບັນລຸປະສິດທິຜົນ”.

     ມີເຂດວັດຖຸດິບເຂົ້າຄຸນນະພາບສູງ, ທ່ານ ຫ໋າຍ ໄດ້ສືບຕໍ່ຮ່ວມສຳພັນກັບບັນດາໂຮງສີເຂົ້າ, ປຸງແຕ່ງເຂົ້າສານໃນຂົງເຂດ ແລະ ໄດ້ໃຫ້ກຳເນີດຜະລິດຕະພັນເຂົ້າສານຄຸນນະພາບສູງທີ່ມີເຄື່ອງໝາຍເຂົ້າສານພິເສດ ຕຽນຢາງ. ນີ້ແມ່ນຜະລິດຕະພັນພິເສດຈາກແຫຼ່ງແນວເຂົ້າສົມທົບກັບການມອບໂອນເຕັກນິກໃຫ້ແກ່ຊາວກະສິກອນ ທ່ານ ເຈົາມິງຫ໋າຍ ແບ່ງປັນວ່າ:

      “ຂ້າພະເຈົ້າຈະທະວີຄູນຮູບແບບນີ້ ເພື່ອມີຜະລິດຕະພັນເຂົ້າສານພິເສດສະເພາະ ແລະ ມີຄຸນນະພາບສູງຮັບປະກັນລັກອະນາໄມທາງດ້ານສະບຽງອາຫານ. ຂ້າພະເຈົ້າຍັງຊອກຫາບັນດາວິສາຫະກິດຕ່າງປະເທດທີ່ຕ້ອງການບັນດາເຄື່ອງໝາຍເຂົ້າສານບັນລຸມາດຕະຖານ ເພື່ອເຮົາສົ່ງອອກຂາຍ. ເມື່ອສົ່ງອອກໄດ້, ລາຄາເຂົ້າສານກໍ່ຈະເພີ່ມຂຶ້ນ”.

       ຍ້ອນມີການປະກອບສ່ວນສ້າງພື້ນຖານກະສິກຳຜະລິດເປັນສິນຄ້າຢູ່ແຂວງ ຕຽນຢາງ, ຕິດແທດຕົວຈິງຍົກສູງລະດັບການປູກຝັງ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ, ປະກອບສ່ວນປ່ຽນແປງໃໝ່ທາງດ້ານກະສິກຳຊົນນະບົດ ແລະ ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນຢ່າງສຳເລັດຜົນ, ທ່ານ ເຈົາມິງຫ໋າຍ ມີຄວາມເປັນກຽດໄດ້ຮັບຫຼາຍລາງວັນອັນປະເສີດຄື ໃບຍ້ອງຍໍຂອງປະທານສະມາຄົມຊາວກະສິກອນແຂວງໄລຍະ 2017 – 2022. ໃບຍ້ອງຍໍຂອງປະທານຄະນະກຳມະການປະຊາຊົນແຂວງປີ 2022 ໄລຍະ 2019 – 2022. ປີ 2023 ທ່ານ ຫ໋າຍ ມີຄວາມເປັນກຽດໄດ້ຮັບການເຊີດຊູຈາກສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 100 ແບບຢ່າງຊາວກະສິກອນ ຫວຽດນາມ ດີເດັ່ນໃນທົ່ວປະເທດ.

TAG
VOV/VOVworld/ຕຽນ​ຢາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ