.jpg)
ທ່ານດວງມີໄຊ ລີໄກຢາ ຊາວເຜົ່າມົ້ງ ດຳລົງຊີວິດຢູ່ ຫ້ວຍລອຍ ເມືອງຊຳເຫນືອ ແຂວງ ຫົວພັນ. ໃນຄາວຍັງນ້ອຍ, ແຕ່ລະເທື່ອເມື່ອໄດ້ຮັບຟັງສຽງເປົ່າປີ່ຈາກແມ່, ທ່ານດວງມີໄຊ ກໍຕັ້ງໃຈຟັງ ແລະ ມີຄວາມເມົາມົວກັບສຽງດົນຕີ. ຮອດປີ 1959, ເມື່ອອາຍຸ 11 ປີ, ດວງມີໄຊ ໄດ້ມາຮ່ຳຮຽນຢູ່ຫວຽດນາມ. ເມື່ອມາຮອດດິນແດນຫວຽດ ນາມແລ້ວ, ກໍເຊັ່ນດຽວກັນກັບລູກຫລານຂອງນັກສິລະປິນຫວຽດນາມໃນຄາວນັ້ນ, ດວງມີໄຊ ຕ້ອງຮ່ຳຮຽນ, ຝືກຝົນຫລໍ່ຫລອມໃນເງື່ອນໄຂຂອງປະເທດໃນໄລຍະສົງຄາມ.
ໄລຍະທີ່ທ່ານ ດວງມີໄຊພວມຮ່ຳຮຽນຢູ່ຫວຽດນາມ, ທ່ານ ດີງກວາງເຫີບ, ນັກດົນຕີ, ຄູສອນ ແມ່ນອາຈານສິດສອນການປະດິດແຕ່ງດົນຕີໂດຍກົງໃຫ້ທ່ານດວງມີໄຊ ໃຫ້ຮູ້ວ່າ: ດວງມີໄຊປະຕິດແຕ່ງດົນຕີມ່ວນຫລາຍ ແລະ ບາງເທື່ອລາວກໍເປັນຜູ້ທຳອິດປະດິດແຕ່ງດົນຕີຂອງປະເທດລາວ. ສ່ວນນັກດົນຕີ, ນັກສິລະປິນປະຊາຊົນ ຈ້ອງບັງ ໄດ້ໃຫ້ຂໍ້ສັງເກດວ່າ: ຢູ່ຫວຽດນາມ ຈຳນວນຜູ້ປະດິດແຕ່ງດົນຕີປະສານສຽງແມ່ນມີຫລາຍພໍສົມຄວນ ແຕ່ຜູ້ປະດິດແຕ່ງດົນຕີມ່ວນຄືດວງມີໄຊ ແມ່ນມີຫນ້ອຍທີ່ສຸດ.
.png)
ທ່ານດວງມີໄຊ ກໍເປັນຜູ້ທຳອິດຂອງປະເທດລາວ ແປປື້ມ “ບັນດາເລື່ອງລາວຂອງປະທານໂຮ່ຈິມີນ” ຈາກພາສາຫວຽດ ເປັນພາສາລາວ ແລະ ກໍແມ່ນນັກດົນຕີລາວ ທີ່ໄດ້ປະດິດແຕ່ງດົນຕີຫລາຍບົດທີ່ເວົ້າເຖິງຄວາມສະຫນິດຕິດພັນ, ສາຍໃຈລາວ ຫວຽດ. ເມື່ອເວົ້າເຖິງດົນຕີປະສານສຽງກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະ ລາວ ຊື່ງທ່ານໄດ້ສະຫງວນເວລາກໍຄືເຫື່ອແຮງຫລາຍສຸດ, ນັ້ນແມ່ນບົດ: ຮົ່ງຮ່າແມ່ຂອງ.ທ່ານເວົ້າວ່າ:
ສຳລັບທ່ານແລ້ວ, ມາຮອດຈຸດເວລານີ້ ທ່ານບໍ່ອາດຫລົງລືມບັນດາອາລົມຈິດຊຶ່ງປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ແກ່ທ່ານ ແລະ ໃຫ້ປະເທດລາວ.
ປະຈຸບັນ, ເມື່ອຮັບຟັງຄືນບັນດາບົດເພງຊື່ງທ່ານປະດິດແຕ່ງ ຫລື ປະດິດແຕ່ງບັນດາບົດເພງໃຫມ່ກ່ຽວກັບສາຍໃຈຫວຽດນາມ - ລາວ, ທ່ານເຄີຍຄິດເຖິງບົດກາບກອນຂອງປະທານໂຮ່ຈິມິນທີ່ວ່າ:




