logo

ອາ​ເມ​ລິ​ກາ ນຳ​ໃຊ້​ສິດ​ສຸກ​ເສີນ​ເພື່ອ​ຂາຍ​ລຸກ​ລະ​ເບີດ​ໃຫ້​ແກ່ ອິດ​ສະ​ຣາ​ແອັນ ລວມ​ມູນ​ຄ່າ 650 ລ້ານ USD

2026/3/8 | 11:17:08
(VOVWORLD) -        ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump  ໄດ້ຂ້າມຜ່ານຂັ້ນຕອນພິຈາລະນາຂອງສະພາແຫ່ງຊາດ ອາເມລິກາ ດ້ວຍວິທີອ້າງເຫດຜົນສິດສຸກເສີນເພື່ອຍູ້ໄວທຸລະກຳຂາຍລູກລະເບີດກວ່າ 20.000 ລູກໃຫ້ແກ່ ອິດສະຣາແອັນ ດ້ວຍມູນຄ່າທັງໝົດປະມານ 650 ລ້ານ USD.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ກ່າວຄຳເຫັນຕໍ່ນັກຂ່າວຢູ່ Washington, DC, ອາເມລິກາ ໃນວັນທີ 3/3/2026 (ພາບ: REUTERS/Elizabeth Frantz)

ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 7 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຢັ້ງຢືນ ມີ “ກໍລະນີສຸກເສີນ” ຮຽກຮ້ອງຕ້ອງດຳເນີນການຂາຍອາວຸດໃຫ້ແກ່ ອິດສະຣາແອັນ, ຜ່ານນັ້ນ ຍົກເວັ້ນບັນດາຄຳຮຽກຮ້ອງປົກກະຕິກ່ຽວກັບເລື່ອງສະພາແຫ່ງຊາດພິຈາລະນາທຸລະກຳ. ທຸລະກຳດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງ ອາເມລິກາ ແລະ ອິດສະຣາແອັນ ເລີ່ມຕົ້ນບັ້ນຮົບບຸກໂຈມຕີທາງອາກາດລວມ ເລັ່ງໃສ່ ອີຣານ, ເຊິ່ງເປັນບັ້ນຮົບການທະຫານໃຫຍ່ສຸດຂອງ ວໍຊິງຕັນ ນັບແຕ່ສົງຕາມ ອີຣານ ເມື່ອປີ 2003.

        ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ທຸລະກຳດັ່ງກ່າວ “ຈະປະກອບສ່ວນຊຸກຍູ້ນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ”, ພ້ອມທັງໃຫ້ຮູ້ວ່າ ຜູ້ຮັບເໝົາຫຼັກຂອງສັນຍານີ້ແມ່ນ Repkon USA  ມີສຳນັກງານຕັ້ງຢູ່ ລັດ Texas.


TAG
VOV/VOVworld/ຍູ້​ໄວ​ທຸ​ລະ​ກຳ​ຂາຍ​​ລູກລະ​ເບີດ/ອາ​ເມ​ລິ​ກາ/ອິດ​ສະ​ຣາ​ແອັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ