logo

ອາ​ເມ​ລິ​ກາ ປິດ​ປະ​ຕູ​ສອງ​ສະ​ຖານ​ທູດ​ປະ​ຈຳ​ຕາ​ເວັນ​ອອກ​ກາງ, ເຕ​ເຮ​ຣານ ປະ​ກາດ​ຍັງ​ບໍ່​ທັນ​ນຳ​ໃຊ້​ອາ​ວຸດ​ທີ່​ທັນ​ສະ​ໄໝ​ທີ່​ສຸດ

2026/3/4 | 11:46:15
(VOVWORLD) -  ວັນທີ 03 ມີນາ, ອາເມລິກາ ໄດ້ປິດປະຕູບັນດາສະຖານທູດປະຈຳ ອາຣັບບິ ຊະອຸດິ ແລະ ກູເວດ ພ້ອມທັງຮຽກຮ້ອງໃຫ້ພົນລະເມືອງ ອາເມລິກາ ອອກຈາກຕາເວັນອອກກາງໃນທັນທີ ໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ ສືບຕໍ່ເຄັ່ງຕຶງຂຶ້ນ.

ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາໃນສະພາບການ ວັນທີ 28 ກຸມພາ, ອາເມລິກາ ແລະ ອິດສະຣາແອັນ  ບຸກໂຈມຕີ ອີຣານ ເຮັດໃຫ້ຜູ້ນຳສູງສຸດ Ayatollah Ali Khamenei  ແລະ ເຈົ້າໜ້າທີ່ຂັ້ນສູງນັບສິບຄົນຂອງ ອີຣານ ເສຍຊີວິດ.

        ໃນຂະນະນັ້ນ, ຕອນຄ່ຳວັນທີ 03 ມີນາ (ຕາມເວລາທ້ອງຖິ່ນ) ຖະແຫຼງການຂອງກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ ໃຫ້ຮູ້ວ່າ ໄດ້ປະຕິບັດບັ້ນຍິງລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບ (UAV) ເຕີມອີກເລັ່ງໃສ່ ອິດສະຣາແອັນ.

        ກະຊວງປ້ອງກັນປະເທດ ອີຣານ ກໍຖະແຫຼງວ່າ ປະເທດນີ້ ກຽມພ້ອມໃຫ້ແກ່ບັ້ນຮົບທີ່ຍາວນານກັບ ອາເມລິກາ ແລະ ອິດສະຣາແອັນ ແລະ ຢັ້ງຢືນວ່າ ເຕເຮຣານ ຍັງບໍ່ທັນນຳໃຊ້ອາວຸດປະເພດທັນສະໄໝທີ່ສຸດຂອງຕົນ. 

ນັກຂ່າວ VOV ປະຈຳ ອີຢິບ, ອາເມລິກາ


TAG
VOV/VOVworld/ອາ​ເມ​ລິ​ກາ ປິດ​ປະ​ຕູ​ສອງ​ສະ​ຖານ​ທູດ​ປະ​ຈຳ​ຕາ​ເວັນ​ອອກ​ກາງ/ນຳ​ໃຊ້​ອາ​ວຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ