logo

ອາເມລິກາ ຜ່ອນຜັນຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງ ອິຣານ ຢູ່ທະເລໂດຍຊົ່ວຄາວ

2026/3/21 | 08:05:00
(VOVWORLD) - ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ  Hormuz.
(ພາບປະກອບ: REUTERS/Benoit Tessier)

        ວັນທີ 20 ມີນາ, ອາເມລິກາ ໄດ້ຍົກເລີກຊົ່ວຄາວບັນດາຄຳສັ່ງລົງໂທດຕໍ່ກັບນ້ຳມັນເຊື້ອເພີງຂອງ ອີຣານ ທີ່ໄດ້ຂົນຂຶ້ນກຳປັ່ນແລ້ວ ເພື່ອຮັບມືກັບວິກິດການແຫຼ່ງສະໜອງ ທີ່ເກີດຈາກບັ້ນສູ້ຮົບຢູ່ ຕາເວັນອອກກາງ. ຂໍ້ຕົກລົງຜ່ອນຜັນດັ່ງກ່າວໄດ້ອະນຸຍາດໃຫ້ ອີຣານ ຂາຍນ້ຳມັນດິບ 140 ລ້ານຖັງ ພ້ອມກັບບັນດາຜະລິດຕະພັນນ້ຳມັນອື່ນໆທີ່ໄດ້ຂົນຂຶ້ນກຳປັ່ນກ່ອນວັນທີ 20 ມີນາ ແລະ ມີຜົນບັງຄັບໃຊ້ຮອດວັນທີ 19 ເມສາ. ເຖິງຢ່າງໃດກໍ່ຕາມ, ມາດຕະການນີ້ບໍ່ໄດ້ນຳໃຊ້ກັບບັນດາງວດນ້ຳມັນທີ່ຂົນສົ່ງໄປ ກຸຍບາ, ສ.ເກົາຫຼີ ຫຼື ເຂດຂອງ ຢູແກຼນ ໂດຍ ລັດເຊຍ ຄວບຄຸມ.

        ໃນເຫດການທີ່ກ່ຽວຂ້ອງ, ຫວ່າງມໍ່ໆມານີ້ ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ  Hormuz. ພ້ອມກັນນັ້ນທ່ານກໍ່ເນັ້ນໜັກວ່າ ອີຣານ ພວມຊອກຫາ “ບໍ່ແມ່ນຄຳສັ່ງຢຸດຍິງ, ຫາກແມ່ນການຢຸດຕິບັ້ນສູ້ຮົບທັງໝົດ, ຮອບດ້ານ ແລະ ຍາວນານ”.

TAG
VOV/VOVworld/ຜົນ​ບັງ​ຄັບ​ໃຊ້​/​ຄຳ​ສັ່ງ​/ຢຸ​ດ​ຍິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ