logo

ອາ​ເມ​ລິ​ກາ ຢັ້ງ​ຢືນ​ຈະ​ບໍ່​ຜັນ​ຂະ​ຫຍາຍ​ທະ​ຫານ​ບົກ​ຢູ່ ອີ​ຣານ, ບັ້ນ​ຮົບ​ອາດ​ຈະ​ສິ້ນ​ສຸດ​ໃນ​ໄວໆ​ນີ້

2026/3/28 | 07:53:45
(VOVWORLD) - ວໍຊິງຕັນ ຄາດວ່າ ບັ້ນການທະຫານເລັ່ງໃສ່ ອີຣານ ຈະສິ້ນສຸດລົງໃນຮອບເວລາ  2 – 3 ອາທິດຈະມາເຖິງ.

ວັນທີ 27 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ ວໍຊິງຕັນ ຄາດວ່າ ບັ້ນການທະຫານເລັ່ງໃສ່ ອີຣານ ຈະສິ້ນສຸດລົງໃນຮອບເວລາ  2 – 3 ອາທິດຈະມາເຖິງ, ພ້ອມທັງຢັ້ງຢືນບັນດາເປົ້າໝາຍວາງອອກ ອາດຈະບັນລຸໄດ້ ໂດຍບໍ່ຕ້ອງຜັນຂະຫຍາຍກຳລັງທະຫານບົກດ້ວຍຂອບຂະໜາດໃຫຍ່.

        ເມື່ອກ່າວຄຳເຫັນຢູ່ ປາຣີ, ປະເທດ ຝລັ່ງ, ພາຍຫຼັງປະຊຸມກັບບັນດາຄູ່ຮ່ວມມືກຸ່ມ G7 (ກຸ່ມບັນດາພື້ນຖານເສດຖະກິພັດທະນາແຖວໜ້າໂລກ, ລວມມີ ອາເມລິກາ, ຍີ່ປຸ່ນ, ອັງກິດ, ຝລັ່ງ, ອີຕາລີ ແລະ ການາດາ), ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັ້ນຮົບພວມໄດ້ດຳເນີນ “ຖືກຕ້ອງ ຫຼື ໄວກວ່າຄວາມຄືບໜ້າ” ແລະ ອາດຈະສາມາດສຳເລັດໃນໄລຍະເວລາສັ້ນກວ່າການຄາດຄະເນໃນເບື້ອງຕົ້ນ. ເຖິງຢ່າງໃດກໍຕາມ, ທ່ານກໍຍອມຮັບວ່າ ອາເມລິກາ ຍັງຄົງຜັນຂະຫຍາຍທະຫານບົກໄປຍັງພາກພື້ນດັ່ງກ່າວຕື່ມອີກ ແນໃສ່ ສ້າງ “ຄວາມໄຫວພິບທີ່ດີທີ່ສຸດ” ໃຫ້ແກ່ທ່ານປະທານາທິບໍດີໃນການແກ້ໄຂບັນດາກໍລະນີເກີດຂຶ້ນແບບບັງເອີນ.

ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/​ຜັນ​ຂະ​ຫຍາຍ​ທະ​ຫານ​ບົກ​ຢູ່ ອີ​ຣານ/ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ/ອິດ​ສະ​ຣາ​ແອັນ ແລະ ອີ​ຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ