logo

ອາເມລິກາ ອອກຄຳຂາດບັງຄັບໃຫ້ ອີຣານ ເປີດຊ່ອງແຄບທະເລ Hormuz ຄືນໃໝ່

2026/3/22 | 09:47:54
(VOVWORLD) - ຖ້າຫາກ ອີຣານ ບໍ່ເປີດຊ່ອງແຄບ Hormuz ເປັນປົກກະຕິຄືນໃໝ່ໃນເວລາ 48 ຊົ່ວໂມງ, ອາເມລິກາ ຈະບຸກໂຈມຕີ ແລະ ທຳລາຍບັນດາໂຮງງານໄຟຟ້າຂອງປະເທດນີ້
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: AP)

ວັນທີ 21 ມີນາ, ໃນສື່ສັງຄົມ Truth Social, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ຖ້າຫາກ ອີຣານ ບໍ່ເປີດຊ່ອງແຄບ Hormuz ເປັນປົກກະຕິຄືນໃໝ່ໃນເວລາ 48 ຊົ່ວໂມງ, ອາເມລິກາ ຈະບຸກໂຈມຕີ ແລະ ທຳລາຍບັນດາໂຮງງານໄຟຟ້າຂອງປະເທດນີ້, ເລີ່ມແຕ່ໂຮງງານໃຫຍ່ສຸດ. ນີ້ແມ່ນຄັ້ງທຳອິດການນຳ ອາເມລິກາ ຍົກອອກຄຳຂາດນາບຂູ່ແນໃສ່ພື້ນຖານໂຄງລ່າງໄຟຟ້າຂອງ ອີຮານ. ກ່ອນໜ້ານັ້ນ, ທ່ານຖະແຫຼງວ່າ ການບຸກໂຈມຕີທາງອາກາດຂອງ ອາເມລິກາ ພຽງແຕ່ແນໃສ່ຮາກຖານລູກສອນໄຟ, ນິວເຄຼຍ ພ້ອມກັບບັນດາເປົ້າໝາຍການທະຫານ ແລະ ລະບົບບັນຊາການ, ການນຳຂອງ ອີຣານເທົ່ານັ້ນ.

ໂດຍຕອບຄືນບົດຂຽນຂອງທ່ານ Donald Trump, ກຳລັງປະກອບອາວຸດ ອີຣານ ຖະແຫຼງວ່າ ຖ້າຫາກພື້ນຖານໂຄງລ່າງເຊື້ອເພີງ ແລະ ພະລັງງານຂອງເຂົາເຈົ້າຖືກບຸກໂຈມຕີ, ຮາກຖານພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຮງແຍກເກືອອອກຈາກນ້ຳທະເລ ໃນທົ່ວ ຕາເວັນອອກກາງ ລ້ວນແຕ່ຈະຖືວ່າແມ່ນເປົ້າໝາຍ.

TAG
VOV/VOVworld/​ຄຳ​ຂາດ​/ນາບ​ຂູ່​/ພື້ນ​ຖານ​/ໂຄງ​ລ່າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ