logo

ອາເມລິກາ ອາດຈະຍົກພາສີຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ

2026/2/26 | 09:32:45
(VOVWORLD) - ວັນທີ 25 ກຸມພາ, ທ່ານ Jamieson Greer, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີອາກອນ 10% ໃນປະຈຸບັນ ອາດຈະຖືກຍົກຂຶ້ນເປັນ 15% ຫຼື ສູງກວ່າສຳລັບປະເທດຈຳນວນໜຶ່ງ, ແຕ່ບໍ່ຍົກອອກລາຍລະອຽດຄູ່ຄ້າໃດຈະຖືກຈັດວາງ.
ທ່ານ Jamieson Greer, ຜູ້ຕາງໜ້າການຄ້າ ອາເມລິກາ
(ພາບ: REUTERS/Kylie Cooper)

        ກ່າວຄຳເຫັນໃນ Fox Business, ທ່ານ Jamieson Greer, ຜູ້ຕາງໜ້າການຄ້າ ອາເມລິກາ ໃຫ້ຮູ້ວ່າ ອັດຕາພາສີ 10% ທີ່ພວມມີບັງຄັບໃຊ້ຈະໄດ້ດັດປັບເພີ່ມຂຶ້ນ “ໃນກໍລະນີທີ່ເໝາະສົມ”, ແລະ ເລື່ອງຍົກອັດຕາພາສີຂຶ້ນເປັນ 15% ຈະເໝາະສົມກັບບັນດາພາສີຕ່າງໆທີ່ໄດ້ຈັດວາງກ່ອນນີ້. ທ່ານກໍ່ໃຫ້ຮູ້ວ່າ ທຳນຽບຂາວໄດ້ກະກຽມຖະແຫຼງການເປັນທາງການກ່ຽວຂ້ອງເຖິງການຍົກອັດຕາພາສີຊົ່ວຄາວນີ້. ເຖິງຢ່າງໃດກໍ່ຕາມ, ທ່ານໄດ້ເນັ້ນໜັກວ່າ ປະຈຸບັນ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ມີແນວຄິດເພີ່ມອັດຕາພາສີສຳລັບສິນຄ້າຂອງ ຈີນ ລື່ນກາຍອັດຕາທີ່ປະກາດໃຊ້ໃນປະຈຸບັນ.

TAG
VOV/VOVworld/ອັດ​ຕາ/​ພາ​ສີ​/ຊົ່ວ​ຄາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ