logo

ອາ​ເມ​ລິ​ກາ ອາ​ດ​ຈະ​ຍົກ​ລະ​ດັບ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ​ຂຶ້ນ 15%ໃນ​ອາ​ທິດ​ນີ້

2026/3/5 | 09:02:01
(VOVWORLD) - ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມສົ່ງເສີມການຍົກລະດັບພາສີນຳເຂົ້າຈັດວາງໃສ່ຫຼາຍປະເທດແຕ່ 10% ຂຶ້ນ 15% ໃນອາທິດນີ້ຢ່າງທັນທີ, ພ້ອມທັງຍູ້ໄວບັນດາການສືບສວນການຄ້າເພື່ອສ້າງພື້ນຖານນິຕິກຳໃຫ້ແກ່ລະບົບພາສີອາກອນໃໝ່.
 ທ່ານ Scott Bessent ລັດຖະມົນຕີການເງິນ ອາເມລິກາ (ພາບ: REUTERS/Kylie Cooper)

ວັນທີ 4 ມີນາ, ທ່ານ Scott Bessent ລັດຖະມົນຕີການເງິນ ອາເມລິກາ, ແຈ້ງໃຫ້ຊາບວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມສົ່ງເສີມການຍົກລະດັບພາສີນຳເຂົ້າຈັດວາງໃສ່ຫຼາຍປະເທດແຕ່ 10% ຂຶ້ນ 15% ໃນອາທິດນີ້ຢ່າງທັນທີ, ພ້ອມທັງຍູ້ໄວບັນດາການສືບສວນການຄ້າເພື່ອສ້າງພື້ນຖານນິຕິກຳໃຫ້ແກ່ລະບົບພາສີອາກອນໃໝ່. ນີ້ແມ່ນບາດກ້າວເດີນໃໝ່ຂອງອຳນາດການປົກຄອງ Trumpເພື່ອແນໃສ່ຟື້ນຟູລາຍການພາສີອາກອນ, ພາຍຫຼັງທີ່ເດືອນກ່ອນ ສານສູງສຸດອາເມລິກາ ໄດ້ປະຕິເສດບັນດາລະດັບພາສີສະເພາະ ເຊິ່ງ ທ່ານປະທານາທິບໍດີ ຈັດວາງໃສ່ແຕ່ລະປະເທດ. ພາຍຫຼັງການຕັດສິນນັ້ນ, ທຳນຽບຂາວໄດ້ນຳໃຊ້ ມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ເພື່ອຈັດວາງອັດຕາພາສີ 10%. ຕາມຂໍ້ກຳນົດ, ລະດັບພາສີນີ້ ອາດສາມາດຍົກຂຶ້ນ 15% ໃນຂອບນິຕິກຳນີ້, ແຕ່ຈະຮັກສາໄວ້ໃນກຳນົດເວລາຍາວທີ່ສຸດພຽງແຕ່ 150 ວັນ ຖ້າບໍ່ຮັບການໄດ້ຕໍ່ກຳນົດເວລາ.

TAG
VOV/VOVworld/ອາ​ເມ​ລິ​ກາ/​ພາ​ສີ​ນຳ​ເຂົ້າ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ