logo

ຮັກສາ ແລະ ຖ່າຍທອດຂັບແທນ ຢູ່ແຂວງ ຖາຍງວຽນ.

2025/12/15 | 09:33:00
(VOVWORLD) -ໃນທ່າມກາງເຂດພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ສຽງພິນຕິ້ງ ແລະ ຂັບແທນ ຍັງກັງວານຂຶ້ນເຈືອຈານເຂົ້າກັບການດຳລົງຊີວິດທີ່ລຽບງ່າຍຂອງໝູ່ບ້ານເຜົ່າໄຕ່, ເຜົ່ານຸ່ງ ໃນແຂວງ ຖາຍງວຽນ. ສຳລັບເຂົາເຈົ້າແລ້ວ ຂັບແທນບໍ່ພຽງແຕ່ແມ່ນດົນຕີເທົ່ານັ້ນ ຫາກຍັງແມ່ນຄວາມຊົງຈຳ ແມ່ນຈິດວິນຍານ ແມ່ນສາຍເຊື່ອມຕໍ່ລະຫວ່າງ ອະດີດຕະການ ແລະ ປັດຈຸບັນອີກດ້ວຍ.ປີ 2019 ຂັບແທນໄດ້ຮັບການເຊີດຊູຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ.
ປີ 2019 ຂັບແທນພິນຕິ້ງໄດ້ຮັບການເຊີດຊູຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ

     ຕາແສງ ເຈິໂດ່ນ ກໍ່ພົ້ນເດັ່ນຂຶ້ນໃນຂະບວນການຮັກສາຂັບແທນ ຢູ່ແຂວງ ຖາຍງວຽນ ດ້ວຍການສ້າງຕັ້ງ ແລະ ຮັກສາບັນດາມະໂມສອນຂັບແທນ ພິນຕິ໊ງ. ປັດຈຸບັນທົ່ວຕາແສງມີປະທານ 8 ສະໂມສອນ ດຶງດູດແຂກເຂົ້າຮ່ວມຢ່າງຫຼວງຫຼາຍ ໃນນັ້ນພົ້ນເດັ່ນຂຶ້ນມີສະໂມສອນສຽງພິນຕິ໊ງ ແຫ່ງບ້ານເກີດເມືອງນອນ ໄດ້ເຕົ້າໂຮມເກືອບ 30 ຄົນ ໃນທຸກເກນອາຍຸ. ນາງ ຫວູທິເລືອງ ຫົວໜ້າສະໂມສອນໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າໄດ້ສ້າງລາຍການສິລະປະວັນນະຄະດີພື້ນເມືອງທີ່ເປັນເອກະລັກ ເພື່ອຮັບໃຊ້ແຂກທ່ອງທ່ຽວ ທັງເປັນການໂຄສະນາຖ່າຍທອດບັນດາທຳນອງເພງພື້ນເມືອງຂອງເຜົ່າຕົນ ພ້ອມກັນນັ້ນກໍ່ແຜ່ກະຈາຍໃຫ້ແກ່ຫຼາຍຄົນຮູ້ຈັກ ແລະ ພ້ອມກັນຮັກສາ”.

ແຕ່ເຖິງຢ່າງໃດກໍ່ຕາມ ບໍ່ພຽງແຕ່ຍ້ອນມີບັນດາສະໂມສອນ ຫຼື ລາຍການສະແດງສິລະປະວັນນະຄະດີ ເຊິ່ງຂັບແທນໄດ້ກາຍເປັນລາຍການມີຊີວິດຊີວາເທົ່ານັ້ນ ກໍ່ຍ້ອນບັນດາຊຸດຮຽນ ດ້ວຍການເຂົ້າຮ່ວມຂອງພວກນ້ອງນ້ອຍຢູ່ແຫ່ງທີ່ຂັບແທນຈຶ່ງ ໄດ້ຮັບການຖ່າຍທອດ ແລະ ຊຶມເລິກເຂົ້າໃນຊີວິດຊຸມຊົນອີກດ້ວຍ.

ໃນຊຸດຮຽນຂັບແທນ ເຜົ່າໄຕ່ ຂອງອ້າຍຄູ ວັນຕ໊ຽນເຄີ໋ຍ ຢູ່ຕາແສງ ເຈິໂດ່ນ, ພວກນ້ອງນ້ອຍກໍ່ຕັ້ງໃຈຟັງ ແລະ ຮຽນຕາມແຕ່ລະຄຳປະໂຫຍດເນື້ອຮ້ອງທີ່ໄດ້ຮັບການຖ່າຍທອດ. ຍ້ອນຄວາມເມົາມົວ ແລະ ຈິງໃຈມັກການຮ່ຳຮຽນ ດັ່ງນັ້ນໃນເວລາພຽງສັ້ນໆ ພວກນ້ອງນ້ອຍຫຼາຍຄົນກໍ່ໄດ້ທ່ອງຂຶ້ນໃຈບັນດາບົດຂັບແທນບູຮານ ແລະ ຂັບແທນໃໝ່

“ນ້ອງມັກຂັບແທນທີ່ສຸດ ເພາະວ່າ ອ້າຍຄູໄດ້ສອນໃຫ້ນ້ອງຢ່າງສຸດໃຈ. ນ້ອງຢາກຮັກສາຈຸດວັດທະນະທຳຂອງເຜົ່າຕົນ”

 ຂັບແທນ ພິນຕິ໊ງ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງວົງຄະນາຍາດຊຸມຊົນ ເພາະສະນັ້ນຢູ່ບ້ານວັດທະນະທຳ ຖາຍຫ໋າຍ ຂຶ້ນກັບຕາແສງ ເຕິນເກືອງ ຂັບແທນໄດ້ປາກົດຂຶ້ນ ປຽບເໝືອນລົມຫາຍໃຈຂອງການດຳລົງຊີວິດ

ຢູ່ໝູ່ບ້ານແຫ່ງນີ້ ພວກເດັກມີອາຍຸພຽງ 5 –6ປີກໍ່ໄດ້ຮູ້ຈັກຫຼິ້ນພິນຕິ໊ງ ແລະ ເລີ່ມຮຽນຂັບແທນກ່ຽວກັບໝູ່ບ້ານ. ນາງ ເລທິຮັ່ງ ຊາວບ້ານ ຖາຍຫ໋າຍ ເປີດເຜີຍວ່າ:

“ພວກລູກມີຄວາມເມົາມົວຮ່ຳຮຽນ ແລະ ຢາກຮຽນເພື່ອອະນຸລັກວັດທະນະທຳຂອງເຜົ່າຕົນ. ນັບແຕ່ຄາວຍັງນ້ອຍ ພວກລູກໄດ້ຟັງພໍ່ແມ່ຂັບຮ້ອງ ເມື່ອຕ້ອນຮັບແຂກທ່ອງທ່ຽວມາຢາມເຮືອນ ຫຼື ໃນການຮ່ວມຊີວິດຂອງຄອບຄົວ. ເມື່ອໃຫຍ່ຂຶ້ນກໍ່ໄດ້ຮັບການຖ່າຍທອດຈາກປູ່ຍ່າ ແລະ ພໍ່ແມ່ອີກ”.

 ຢູ່ຕາມເຮືອນຮ້ານບູຮານແຕ່ລະຫຼັງໃຕ້ຮົ່ມເຢັນຂອງຕົ້ນໄມ້ປ່າ, ຢູ່ເດີ່ນໜ້າບ້ານ, ພວກເດັກນ້ອຍກໍ່ນັ່ງອ້ອມບັນດາສິລະປິນທີ່ມີອາຍຸສູງ ແລະ ຕັ້ງໃຈຕິດຕາມການຫຼິ້ນພິນຕິ໊ງ. ຕາມການເວລາ ແຕ່ລະບຄົນໄດ້ສືບທອດກັນຮັກສາຂັບແທນ ພິນຕິ໊ງ ແລະ ໄດ້ກາຍເປັນຄວາມຊົງຈຳອັນດີງາມ ແລະ ມີຊີວິດຊີວາ ຂອງຊາວບ້ານແຕ່ລະຄົນ. ນາງ ມາທິດັ໋ງ ຊາວບ້ານ ຖາຍຫ໋າຍ ໃຫ້ນູ້ວ່າ:

“ຢູ່ໝູ່ບ້ານມີນ້ອງນ້ອຍປະມານ 30 – 40 ຄົນກໍ່ລ້ວນແຕ່ຮູ້ຫຼິ້ນພິນຕິ໊ງ ແລະ ຂັບແທນໄດ້. ຂ້າພະເຈົ້າແມ່ນຄົນລຸ້ນກ່ອນກໍ່ໄດ້ຮັບການຖ່າຍທອດຈາກພໍ່ແມ່ ດັ່ງນັ້ນປັດຈຸບັນຂ້າພະເຈົ້າກໍ່ໄດ້ຖ່າຍທອດຄືນໃຫ້ພວກລູກ ເພື່ອຮັກສາວັດທະນະທຳພິນຕິ໊ງ ຂັບແທນ ຂອງເຜົ່າຕົ້ນ”.

ຢູ່ບ້ານ ຖາຍຫ໋າຍ, ຂັບແທນ ພິນຕິ໊ງ ບໍ່ພຽງແຕ່ແມ່ນການດຳລົງຊີວິດວັດທະນະທຳຊຸມຊົນນັ້ນ, ຊາວບ້ານຍັງສົມທົບກັບສິລະປະຂັບແທນ ກັບການທ່ອງທ່ຽວ. ນາງ ດ່າວທິລານ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ກ່ອນທີ່ມານີ້, ຂ້າພະເຈົ້າໄດ້ຊອກຮູ້ ແລະ ມີຄວາມຫວັງຢາກຮັບຟັງຂັບແທນ ພິນຕິ໊ງ ເພາະວ່ານີ້ແມ່ນຈຸດວັດທະນະທຳທີ່ເປັນເອກະລັກຢູ່ດິນແດນແຫ່ງນີ້”.

 ເມື່ອສຽງພິນຕິ໊ງ ແລະ ຂັບແທນ ຍັງຄົງກັງວານຂຶ້ນໃນທ່າມກາງເຂດພູຜາປ່າໄມ້ ຫວຽດບັກ, ມໍລະດົກນີ້ຈະຍັງຄົງໄດ້ຮັບການຮັກສາ ແລະ ແຜ່ກະຈາຍຕະຫຼອດເວລາຄືດັ່ງວິນຍານສ່ວນໜຶ່ງຂອງພໍ່ແມ່ພີ່ນ້ອງ ເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ຖາຍງວຽນ. 
TAG
VOV/VOVworld/ຂັບ​ແທນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ