logo

ຮັບ​ປະ​ກັນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​​ເລິກ​ຂອງ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ​ດຳ​ເນີນ​ຢ່າງ​ມີ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ສູງ​ສຸດ

2026/3/9 | 11:38:25
(VOVWORLD) - ກອງປະຊຸມເພື່ອແນໃສ່ແລກປ່ຽນ, ເປັນເອກະພາບຊີ້ນຳເນື້ອໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະເລິກ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງສຳຫຼວດກວດຄືນສະພາບການ, ຄວາມຄືບໜ້າກະກຽມບັນດາເນື້ອໃນຢ່າງທັນການ.
ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 9 ມີນາ, ຢູຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຂອງຄະນະປະຈຳຄະນະພັກສະພາແຫ່ງຊາດ ກັບຄະນະປະຈຳຄະນະພັກລັດຖະບານກ່ຽວກັບເນື້ອໃນ, ວາລະດຳເນີນກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ XVI. ທ່ານປະທານສະພາແຫງຊາດ, ເລຂາຄະນະພັກສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາຍົກລັດຖະມົນຕີ, ເລຂາຄະນະພັກລັດຖະບານ ຟ້າມມິງຈິງ ເປັນປະທານຮ່ວມກອງປະຊຸມ. ກອງປະຊຸມເພື່ອແນໃສ່ແລກປ່ຽນ, ເປັນເອກະພາບຊີ້ນຳເນື້ອໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະເລິກ ເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງສຳຫຼວດກວດຄືນສະພາບການ, ຄວາມຄືບໜ້າກະກຽມບັນດາເນື້ອໃນຢ່າງທັນການ ເພື່ອແນໃສ່ຮັບປະກັນກອງປະຊຸມຄັ້ງປະຖົມມະເລິກ - ກອງປະຊຸມຄັ້ງທຳອິດໃນອາຍຸການຂອງສະພາແຫ່ງຊາດ ຊຸດທີ XVI ໄດ້ດຳເນີນຢ່າງສະດວກ, ມີຄຸນນະພາບ, ມີປະສິດທິຜົນສູງທີ່ສຸດ. ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ເນັ້ນໜັກວ່າ:

ຕ້ອງມານະພະຍາຍາມ, ມີຄວາມຮັບຜິດຊອບ, ປະສານສົມທົບຢ່າງແໜ້ນແຟ້ນເພື່ອຮັບປະກັນການຈັດຕັ້ງສຳເລັດກອງປະຊຸມ, ສ້າງບັນຍາກາດຕັດສິນໃຈນັບແຕ່ຕົ້ນອາຍຸການ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງທັນການ ແລະ ບັນດາມະຕິສຳຄັນຂອງສູນກາງ. ສືບຕໍ່ແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ແກ້ໄຂຂໍ້ຕິດຂັດ ຢ່າງມີປະສິດທິຜົນ. ນຳອຳນາດການປົກຄອງສອງຂັ້ນເຂົ້າເຄື່ອນໄຫວເປັນປົກກະຕິ, ລຸລ່ວງ, ມີປະສິດທິຜົນ.      

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI/​ຄຸນ​ນະ​ພາບ/ປະ​ສິດ​ທິ​ຜົນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ