logo

ຮັບ​ປະ​ກັນ​ວັນ​ເລືອກ​ຕັ້ງ​ໄດ້​ປະ​ຕິ​ບັດ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ມີ​ຄວາມ​ປອດ​ໄພ

2026/3/6 | 12:17:51

(VOVWORLD) - ແຂວງເຊີນລາພວມຜັນຂະຫຍາຍບັນດາຂັ້ນຕອນສຸດທ້າຍ ເພື່ອກະກຽມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາຈະມາເຖິງ.



ເພີ່ມທະວີການກວດກາ ແລະ ອັບເດດຈຳນວນຄົນມີສຳມະໂນຄົວຢູ່ທ້ອງຖິ່ນ ເພື່ອຮັບປະກັນສິດເລືອກຕັ້ງຂອງພົນລະເມືອງ (ພາບ: VOV)

ຢູ່ບັນດາຕາແສງ, ບັນດາກອງປະຊຸມຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງ ສຳລັບຜູ້ສະໝັກຮັບເລືອກຕັ້ງ ໄດ້ຈັດຂຶ້ນຢ່າງມີປະຊາທິປະໄຕ, ເປີດເຜີຍ, ຖືກຕ້ອງຕາມວິວັດການ. ເມື່ອປຽບທຽບກັບການເລືອກຕັ້ງຄັ້ງກ່ອນນັ້ນ, ປີນີ້ມີຈຸດໃໝ່ຫຼາຍຢ່າງ. ທ່ານ ລໍຝອງນາມ,  ປະທານຄະນະກຳມະການປະຊາຊົນຕາແສງ ຈຽງຊິງ, ປະທານກຳມາທິການເລືອກຕັ້ງຕາແສງ ໃຫ້ຮູ້ວ່າ:

ອາຍຸການນີ້, ການໝູນໃຊ້ກົດໝາຍວ່າດ້ວຍການເລືອກຕັ້ງສະບັບປັບປຸງ, ເພີ່ມເຕີມປີ 2025 ແມ່ນຈຸດໃໝ່ອ່ຽມສຳຄັນ. ວິວັດການໄດ້ຫຼຸດຜ່ອນໃຫ້ກະທັດລັດລົງ, ຫຼຸດຜ່ອນເວລາປະຕິບັດບັນດາຂັ້ນຕອນແຕ່ 70 ວັນລົງເຫຼືອ 42 ວັນ. ການປັບປຸງນີ້ຊ່ວຍວຽກງານກະກຽມຢູ່ທ້ອງຖິ່ນມີຈຸດສຸມ, ສະດວກ ແລະ ລອບຄອບຖີ່ຖ້ວນກວ່າເກົ່າ.

ເພື່ອໃຫ້ວັນເລືອກຕັ້ງມີປະຊາທິປະໄຕ, ຖືກຕ້ອງກົດໝາຍ ແລະ ມີຄວາມປອດໄພຢ່າງແທ້ຈິງ ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໄດ້ກຳນົດແມ່ນໜ້າທີ່ຈຸດສຸມ.

ຜູ້ມີສິດເລືອກຕັ້ງຕາແສງ ບັກອາຍໄຕ, ແຂວງແຄ້ງຮ່ວາຕິດຕາມກວດກາບັນຊີຊາຍຊື່ຜູ້ມີສິດເລືອກຕັ້ງ (ພາບ: VOV)

ສ່ວນຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນນ້ອຍແຂວງ ແຄ້ງຮວ່າ, ວຽກງານໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ພວມໄດ້ຮັບການຜັນຂະຫຍາຍຢ່າງມີໄຫວພິບ, ຕິດແທດຮາກຖານ.

ຕາແສງບັກອ້າຍໄຕ ມີຜູ້ມີສິດເລືອກຕັ້ງເກືອບ 7000 ຄົນ, ໃນນັ້ນກວ່າ 80%ແມ່ນຊາວເຜົ່າ Raglay, ພໍ່ແມ່ປະຊາຊົນເຄີຍໄປເຮັດວຽກຢູ່ບ່ອນໄກ ຫຼືຢູ່ຕູບໃນນາ. ອຳນາດການປົກຄອງຕາແສງໄດ້ຊີ້ນຳບັນດານາຍບ້ານ, ກຸ່ມເລືອກຕັ້ງໄປຍັງ

ເຮືອນໂດຍກົງເພື່ອໂຄສະນາຂໍ້ມູນກ່ຽວກັບການເລືອກຕັ້ງ, ເວລາ ແລະ ສະຖານທີ່ປ່ອນບັດເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າຮ່ວມວັນເລືອກຕັ້ງຢ່າງຄົບຖ້ວນ. ທ່ານນາງ ກາເຕີຮຽບ, ນາຍບ້ານຕາລອດ, ຕາແສງບັກອ້າຍໄຕ ໃຫ້ຮູ້ວ່າ:

ທ້ອງຖິ່ນພວກຂ້າພະເຈົ້າມີລັກສະນະພິເສດແມ່ນເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນນ້ອຍ. ຄະນະຄຸ້ມຄອງບ້ານໄດ້ເພີ່ມທະວີການໂຄສະນາດ້ວຍຮູບແບບໄປຍັງແຕ່ລະເຮືອນເພື່ອຂົນຂວາຍ, ພ້ອມທັງແຈ້ງຜ່ານລະບົບໂທລະໂຄ່ງກະຈາຍສຽງຂອງບ້ານ.        


TAG
VOV/VOVworld/ການ​ເລືອກ​ຕັ້ງ/ປະ​ຊາ​ຊົນ/ຜູ້​ມີ​ສິດ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ