logo

ຮັບຮອງເອົາຖະແຫຼງການຮ່ວມອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19 ຢ່າງເປັນທາງການ

2020/4/22 | 10:50:00
(VOVWORLD) -ໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີອາຊຽນ ແລະ ຍີ່ປຸ່ນ ເຫັນດີຊຸກຍູ້ຄວາມເປັນເອກະພາບຕໍ່ “ແຜນການກະທຳເພື່ອຟື້ນຟູເສດຖະກິດອາຊຽນ - ຍີ່ປຸ່ນ”

ວັນທີ 22 ເມສາ, ບັນດາລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນ ໄດ້ຮັບຮອງເອົາ “ຖະແຫຼງການຮ່ວມອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19” ຢ່າງເປັນທາງການ ເພື່ອແນໃສ່ຮັບມືກັບບັນດາຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດ ແລະ ລະບົບສະໜອງ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ.

ຖະແຫຼງການໄດ້ຢືນຢັນຄວາມເປັນເອກະພາບລະຫວ່າງບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ໃນຄວາມມານະພະຍາຍາມຜັນຂະຫຍາຍບັນດານະໂຍບາຍ ເພື່ອແນໃສ່ບັນລຸໄດ້ 3 ເປົ້າໝາຍຕົ້ນຕໍ, ນັ້ນແມ່ນ: ຮັກສາບັນດາການພົວພັນທາງດ້ານເສດຖະກິດຢ່າງແໜ້ນແຟ້ນລະຫວ່າງອາຊຽນ ແລະ ຍີ່ປຸ່ນ; ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ພື້ນຖານເສດຖະກິດໃຫ້ຢູ່ໃນລະດັບຕ່ຳສຸດ; ເພີ່ມທະວີຄວາມສາມາດໃນການຟື້ນຟູເສດຖະກິດ.

ໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີອາຊຽນ ແລະ ຍີ່ປຸ່ນ ເຫັນດີຊຸກຍູ້ຄວາມເປັນເອກະພາບຕໍ່ “ແຜນການກະທຳເພື່ອຟື້ນຟູເສດຖະກິດອາຊຽນ - ຍີ່ປຸ່ນ” ເພື່ອຜັນຂະຫຍາຍບັນດາມາດຕະການລະອຽດໂດຍໄວ ແນໃສ່ໜູນຊ່ວຍບັນດາວິສາຫະກິດຂອງ 2 ຝ່າຍຮັບມືກັບຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19, ປັບປຸງລະບົບສະໜອງຂອງພາກພື້ນ ແລະ ທົ່ວໂລກ, ຟື້ນຟູພື້ນຖານເສດຖະກິດອາຊຽນ ແລະ ຍີ່ປຸ່ນ.

TAG
VOV/VOVworld/ພົວ​ພັນ​/​ເສດ​ຖະ​ກິດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ