logo

ຮ່າໂນ້ຍ ຮັບປະກັນໂຄງປະກອບພາກສ່ວນເຂົ້າຮ່ວມການເລືອກຕັ້ງຢ່າງແໜ້ນແຟ້ນ

2026/3/4 | 09:06:53
(VOVWORLD) - ເລື່ອງຮັບປະກັນອັດຕາທີ່ເໝາະສົມລະຫວ່າງຜູ້ແທນເພດຍິງ, ຜູ້ແທນໜຸ່ມ, ຜູ້ທີ່ບໍ່ແມ່ນສະມາຊິກພັກ, ຜູ້ສະໝັກຮັບເລືອກຕັ້ງຄືນໃໝ່… ໄດ້ຮັບການຄິດໄລ່ຢ່າງລະອຽດລະອໍ.
(ພາບປະກອບ)

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາຜູ້ແທນປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ພວມໃກ້ເຂົ້າມາແລ້ວ. ເພື່ອໃຫ້ວັນບຸນທົ່ວປວງຊົນມີປະຊາທິປະໄຕ, ຖືກຕາມກົດໝາຍ ແລະ ບັນລຸຜົນສຳເລັດຢ່າງແທດຈິງ, ວຽກງານກະກຽມບຸກຄະລາກອນ, ໂດຍສະເພາະແມ່ນການສ້າງໂຄງປະກອບ, ພາກສ່ວນ ແລະ ຈັດແບ່ງຕົວເລກຜູ້ສະໝັກຮັບເລືອກຕັ້ງແມ່ນບັນຫາສຳຄັນ.

ທີ່ຕາແສງ ຮາດມົນ, ນະຄອນ ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບບັນດາຫົວໜ່ວຍ, ຄະນະ, ຂະແໜງການທີ່ກ່ຽວຂ້ອງໄດ້ສ້າງການຄາດຄະເນໂຄງປະກອບຜູ້ຕາງໜ້າ ຖືກຕ້ອງຕາມການແນະນຳຂອງສູນກາງ. ເລື່ອງຮັບປະກັນອັດຕາທີ່ເໝາະສົມລະຫວ່າງຜູ້ແທນເພດຍິງ, ຜູ້ແທນໜຸ່ມ, ຜູ້ທີ່ບໍ່ແມ່ນສະມາຊິກພັກ, ຜູ້ສະໝັກຮັບເລືອກຕັ້ງຄືນໃໝ່… ໄດ້ຮັບການຄິດໄລ່ຢ່າງລະອຽດລະອໍ. ທ່ານນາງ ກ່ຽວທິຢຸງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ຮາດມົນ, ໃຫ້ຮູ້ວ່າ:

“ວິວັດການຜັນຂະຫຍາຍໄດ້ປະຕິບັດຢ່າງມີປະຊາທິປະໄຕ, ເປີດເຜີຍ ແລະ ຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມເໝາະສົມກ່ຽວກັບໂຄງປະກອບ, ເກນອາຍຸ, ເພດ, ພາກສ່ວນ ກໍຄືຜູ້ຕາງໜ້າປະຊາຊົນທຸກຊັ້ນວັນນະ”.

        ສ່ວນທ່ານ ເຈິ່ນເທເກືອງ, ຮອງປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ເຊື່ອໝັ້ນວ່າ:

“ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວ, ມີຄວາມຮັບຜິດຊອບສູງຂອງທຸກຂັ້ນ, ທຸກຂະແໜງການ, ດ້ວຍການຮັບມືຢ່າງຕັ້ງໜ້າຂອງຜູ້ມີສິດເລືອກຕັ້ງ, ວຽກງານກະກຽມການເລືອກຕັ້ງຢູ່ ຮ່າໂນ້ຍ ພວມໄປຖືກທິດ, ຖືກກັບຄວາມຄືບໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 2031 ໃນບໍລິເວນນະຄອນ ຮ່າໂນ້ຍ ຈະບັນລຸຜົນສຳເລັດ, ເປັນວັນບຸນໃຫຍ່ຂອງປະຊາຊົນຢ່າງແທ້ຈິງ”.

TAG
VOV/VOVworld/​ເພດ​ຍິງ/ຜູ້​ແທນ​ໜຸ່ມ/​ສະ​ມາ​ຊິກ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ