logo

ເກີຊໍແປຣວ - ຜູ້ມີອິດທິພົນຢູ່ບ້ານ ດຣົກ ຕາແສງ ຈືອາທາຍ ແຂວງ ຢາລາຍ.

2024/12/27 | 11:00:00
(VOVWORLD) -     ເຈົ້າເຫຼົ່າ ເກີຊໍແປຣວ ອາໄສຢູ່ບ້ານດົກ, ຕາແສງ ຈືອາທາຍ, ເມືອງ ຝູທຽນ, ແຂວງ ຢາລາຍi. ເປັນຜູ້ມີອິດທິພົນທາງສາສະໜາ. ທ່ານຍັງເປັນແບບຢ່າງທີ່ດີໃນການສ້າງກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ ຢູ່ທ້ອງຖິ່ນ.
ເຈົ້າເຫຼົ່າ ເກີຊໍແປຣວ

    ເຈົ້າເຫຼົ່າ ເກີຊໍແປຣວ ເກີດປີ 1948 ຊາວເຜົ່າ ຢາລາຍ. ປັດຈຸບັນທ່ານເປັນຮອງປະທານສະມາຄົມຜູ້ອາຍຸສູງຕາແສງ ຈືອາທາຍ, ຫົວໜ້າກຸ່ມສາສະໜາ ໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຂອງບ້ານ ດຣົກ. ດ້ວຍບົດບາດນີ້, ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ແນະນຳໂຄສະນາໃຫ້ສາສະນິກກະຊົນ ໃຫ້ພໍ່ແມ່ພີ່ນ້ອງສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ, ເຄົາລົບພະເຈົ້າຮັກຊາດ, ສາມັກຄີກັນສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ. ເຈົ້າເຫຼົ່າ ເກີຊໍແປຣວ ເປີດເຜີຍວ່າ:

      “ພັກມີຄວາມເຊື່ອໝັ້ນ ແລະປະຊາຊົນກໍເລືອກຕັ້ງເຮົາເປັນຜູ້ມີອິດທິພົນຊື່ສຽງໃນບ້ານ. ຕາມບົດຮຽນ, ປະສົບການຂອງຂ້າພະເຈົ້າ, ຜູ້ມີອິດທິພົນຊື່ສຽງ ຕ້ອງມີບົດບາດສາມຢ່າງ. ທີໜຶ່ງແມ່ນຄອບຄົວ, ທີສອງແມ່ນສັງຄົມແລະທີສາມແມ່ນລັດ. ໜ້າທີ່ ແລະຄວາມຮັບຜິດຊອບອັນໃຫຍ່ຫຼວງທີ່ສຸດ ຂອງຂ້າພະເຈົ້າ ແມ່ນຂົນຂວາຍປະຊາຊົນປະຕິບັດຕາມ ແຜນນະໂນບາຍແນວທາງຂອງພັກ, ເພື່ອບໍ່ປະໃຫ້ລະເມີດ ກົດໝາຍທີ່ລັດວາງອອກ “

ກະໂຕທ່ານ ເກີຊໍແປຣວ ເອງກໍ່ມີຊີວິດເປັນແບບຢ່າງ ດັ່ງນັ້ນພໍ່ແມ່ພີ່ນ້ອງກໍ່ມີຄວາມເຊື່ອໝັ້ນເຄົາລົບນັບຖື. ທ່ານ ເກີຊໍບາດ ຊາວເຜົ່າ ຢາລາຍ ຫົວໜ້າກຸ່ມສາສະໜາ ໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຂອງບ້ານ ປເຣມູນມັກ ຕາແສງ ອີອາແກ ເມືອງ ຝູ໊ທ້ຽນ ໃຫ້ຮູ້ວ່າ:

    “ເຈົ້າເຫຼົ່າ ເກີຊໍແປຣວເປັນຜູ້ມີລະດັບຄວາມຮູ້. ກ້າຄິດກ້າທຳ ລາວມີການ ປະກອບສ່ວນຫຼາຍຢ່າງ ໃຫ້ສັງຄົມ. ຖ້າຫາກໃນບ້ານເກີດມີການຂັກແຍ້ງກັນ, ລາວກໍໄກ່ເກ່ຍເພື່ອໃຫ້ພໍ່ແມ່ພີນ້ອງສາມັກຄີ. ໂຄສະນາໃຫ້ປະຊາຊົນບໍ່ຟັງກຸ່ມຄົນທີ່ບໍ່ດີ, ຂົນຂວາຍເຂົາເຈົ້າສ້າງເສດຖະກິດ ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.”

ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ຕັ້ງໜ້າເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ໄດ້ສົມທົບກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບໃນບໍລິເວນ ເພື່ອຂົນຂວາຍປະຊາຊົນຜູ້ອອກແຮງງານທຳການຜະລິດ ພັດທະນາເສດຖະກີດ. ເຈົ້າເຫຼົ່າກໍ່ໄດ້ລະດົມກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງເຂົ້າຮ່ວມການອະນຸລັກຮັກສາວັດທະນະທຳພື້ນເມືອງຂອງບັນດາເຜົ່າ ສະໝັກໃຈບໍລິຈາກທີ່ດິນ ເພື່ອເຮັດທາງຄົມມະນາຄົມ. ລຸງ ໃນຢັກ ຊາວເຜົ່າ ຢາລາຍ ຢູ່ບ້ານ ປເຣມູນມັກ ໃຫ້ຮູ້ວ່າ:

     “ເຈົ້າເຫຼົ່າ ເກີຊໍແປຣວເປັນຜູ້ນໍາໜ້າເປັນແບບຢ່າງ ໃນວຽກງານສັງຄົມ. ລາວໄດ້ຂົນຂວາຍປະຊາຊົນອອກແຮງງານ, ສ້າງເສດຖະກິດຄອບຄົວ, ກໍ່ສ້າງໝູ່ບ້ານໃຫ້ຮັ່ງມີສວຍງາມ..”

     ໃນການປະຊຸມຂອງບ້ານເຈົ້າເຫຼົ່າ ເກີຊໍແປຣວ ໄດ້ຂົນຂວາຍປະຊາຊົນ ພິເສດແມ່ນໄວໜຸ່ມຈົ່ງຫຼີກລ້ຽງ ກໍລະນີສົມລົດກ່ອນກຳນົດ, ຄູ່ສົມລົດທີ່ເປັນຍາດຕິພີ່ນ້ອງ. ຍ້ອນແນວນັ້ນ ສະພາບການດັ່ງກ່າວໄດ້ຖືກລົບລ້າງໄປ. ເຈົ້າເຫຼົ່າ ເກີຊໍແປຣວໃຫ້ຮູ້ວ່າ:

“ເຮົາເຜີຍແຜ່ກ່ຽວກັບການສົມລົດກ່ອນກຳນົດ, ຄູ່ສົມລົດເປັນຍາດຕິພີນ້ອງ, ລົບລ້າງຮີດເກົ່າຄອງເດີມທີ່ຫຼ້າຫຼັງ. ເຮົາຂົນຂວາຍປະຊາຊົນ, ຖ້າຫາກມີບັນດາໂຄງການຂອງລັດ, ປະຊາຊົນ ແລະ ລັດພ້ອມກັນເຮັດ.”

ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ມີຜົນງານທີ່ດີເດັ່ນ ໃນວຽກງານໂຄສະນາຂົນຂວາຍປະຊາຊົນທຸກຊັ້ນວັນນະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດໃນບໍລິເວນເມືອງ ຝູ໊ທ້ຽນ. ທ່ານຍັງໄດ້ຮັບການຮັບຮອງແມ່ນຜູ້ອາຍຸສູງສ້າງເສດຖະກິດເກັ່ງຂັ້ນເມືອງ, ດ້ວຍການອຸທິດສ່ວນໃຫ້ແກ່ທ້ອງຖິ່ນ,ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກຂັ້ນຕາແສງ, ຂັ້ນເມືອງ ແລະ ຂັ້ນແຂວງ. 

TAG
VOV/VOVworld/ເຈົ້າເຫຼົ່າ ເກີຊໍແປຣວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ