logo

ເຂດ​ພິ​ເສດ ຝູ​ກຸຍ ກຽມ​ພ້ອມ​ໃຫ້​ບັນ​ດາ​ເຈົ້າ​ຂອ​ງ​ເຮືອ​ຫາ​ປາ​ເຂົ້າ​ທຽບ​ທ່າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ

2026/3/7 | 08:41:50
(VOVWORLD) -         ໂດຍເຈືອຈານເຂົ້າກັບບັນດາທ້ອງຖິ່ນອື່ນໃນແຂວງ ເລິມດົ່ງ, ເຂດພິເສດ ຝູກຸຍ ພວມຮີບເຮັ່ງຜັນຂະຫຍາຍບັນດາວຽກງານກະກຽມເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໄປຢ່າງສຳເລັດຜົນ. ໃນຊຸມວັນນີ້, ຢູ່ເສັ້ນທາງສາຍຕ່າງໆຢູ່ເຂດພິເສດ ຝຸກຸຍ ລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍທຸງຊາດ, ຄຳຂວັນ, ປ້າຍໂຄສະນາໃຫ້ແກ່ວັນເລືອກຕັ້ງ ທີ່ຈະດຳເນີນໃນວັນທີ 15 ມີນາ 2026.
ປະຊາຊົນມາຕິດຕາມຂ່າວກ່ຽວກັບການເລືອກຕັ້ງ (ພາບ: VOV)

   ເຈົ້າຂອງເຮືອຫາປາຫຼາຍຄົນຢູ່ເຂດພິເສດ ຝູກຸຍ ໃຫ້ຮູ້ວ່າ ເຖິງວ່າພວມຢູ່ກາງທະເລຈັບຫາປາກໍຕາມ, ແຕ່ບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງການເລືອກຕັ້ງໄດ້ຮັບການໂຄສະນາຢ່າງກວ້າງຂວາງ ແລະ ຊາວປະມົງໄດ້ກຳແໜ້ນ. ບັນດາເຈົ້າຂອງເຮືອ ຈະເຂົ້າທຽບທ່າກ່ອນວັນທີ 14 ມີນາ ເພື່ອໃຫ້ຊາວປະມົງປະຕິບັດສິດ ແລະ ພັນທະຂອງພົນລະເມືອງຂອງຕົນໃນວັນທີ 15 ມີນາ. ທ່ານ ຫງວຽນວັນຈິ, ຮອງເລຂາຄະນະປະຈຳພັກເຂດພິເສດ, ປະທານຄະນະກຳມະການເລືອກຕັ້ງເຂດພິເສດ ຝູກຸຍ ໃຫ້ຮູ້ວ່າ:

        “ເຂດພິເສດໄດ້ຮັບການຜັນຂະຫຍາຍການໂຄສະນາດ້ວຍຫຼາຍຮູບແບບທີ່ມີໄຫວພິບ, ຫຼາຍຮູບຫຼາຍແບບ, ສອດຄ່ອງກັບແຕ່ລະເປົ້າໝາຍ. ບັນດາເຮືອຫາປາພວມຈັບຫາປາຢູ່ທະເລ, ຄະນະກຳມະການເລືອກຕັ້ງໄດ້ສົມທົບກັບບັນດາຫົວໜ່ວຍໄປແຈກໃບປິ່ວ, ຖະແຫຼງຂ່າວທາງໂທລະທັດເພື່ອໃຫ້ເຈົ້າຂອງເຮືອ ແລະ ບັນດາສະມາຊິກກຳແໜ້ນຂໍ້ມູນກ່ຽວກັບວັນເລືອກຕັ້ງ ວັນທີ 15 ມີນາ, ເພື່ອໃຫ້ບັນດາຊາວປະມົງໃນເກນອາຍຸເຂົ້າຮ່ວມການເລືອກຕັ້ງໄດ້ເຂົ້າເຂດດິນຕໍ່ແຜ່ນປະຕິບັດສິດ ແລະ ພັນທະຂອງຕົນ”.


TAG
VOV/VOVworld/ເຂດພິເສດ ຝູກຸຍ/ຈັບ​ຫາ​ປາ/ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ