logo

ເຂັ້ມຂຸ້ມໄປດ້ວຍນ້ຳໃຈ ຫວຽດນາມ - ລາວ ໃນລະດູບານໃໝ່

2026/2/8 | 09:24:30
(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເມຍ 2026, ວັນທີ 07 ກຸມພາ, ກອງບັນຊາການທະຫານບັນດາແຂວງ ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ລາວ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງ ກວາງຈິ.
ກອງບັນຊາການທະຫານບັນດາແຂວງ ສາລະວັນ, ສະຫວັນນະເຂດ, ຄຳມ່ວນ, ລາວ ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອງກັນຊາຍແດນແຂວງ ກວາງຈິ
(ພາບ: TTXVN)

ຢູ່ທີ່ນີ້, ກອງບັນຊາການທະຫານ 3 ແຂວງຂອງ ລາວ ແລະ ກອງບັນຊາການທະຫານແຂວງ ກວາງຈິ ໃຫ້ຮູ້ວ່າ ໃນປີຜ່ານມາ, ບັນດາກຳລັງໄດ້ຮັກສາ ແລະ ສົມທົບກັນຢ່າງເປັນປະຈຳໃນວຽກງານລາດຕະເວນ, ກວດກາຄວບຄຸມດ່ານຊາຍແດນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ແລກປ່ຽນຂໍ້ມູນ, ຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳທຸກປະເພດ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ… ປະກອບສ່ວນຮັກສາຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ.

2 ຝ່າຍໄດ້ເຫັນດີເປັນເອະພາບນຳກັນວ່າ ໃນໄລຍະຈະມາເຖິງ, ວຽກງານສົມທົບກັນລະຫວ່າງບັນດາກົມກອງຫົວໜ່ວຍຈະໄດ້ຮັບການເພີ່ມທະວີ ເພື່ອປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

TAG
VOV/VOVworld/ຊາຍ​ແດນ/ແລກ​ປ່ຽນ​ຂໍ້​ມູນ/ຕໍ່​ສູ້/ປ້ອງ​ກັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ