ເຂົ້າເໝົ້າແມ່ນຂອງຕ້ອນທີ່ເຕົ້າໂຮມສິ່ງທີ່ຍອດຂອງລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ |
ເມື່ອລະດູຮ້ອນສິ້ນສຸດລົງ ກໍ່ແມ່ນຈຸດເວລາທີ່ ຮ່າໂນ້ຍ ກ້າວເຂົ້າສູ່ ລະດູໃບໄມ້ຫຼົ່ນ ແລະ ກໍ່ແມ່ນຊ່ວງເວລາທີ່ລົດຫອມຂອງເຂົ້າເໝົ້າ ປົກຄຸມໄປທົ່ວທັງຖະໜົນສາຍຕ່າງໆ. ເຂົ້າເໝົ້າແຕ່ລະເມັດທີ່ຂຽວອ່ອນໜຽວ ແລະ ຫອມ ບໍ່ພຽງແຕ່ຖືກຫໍ່ໃສ່ໃບບົວເທົ່ານັ້ນ ຫາກຍັງປາກົດຕົວຜ່ານຂອງຕ້ອນປະເພດຕ່ງໆຖືກເຮັດຈາກເຂົ້າເໝົາ. ນາງ ດັ້ງຖຸຍຮ່າ ຢູ່ຖະໜົນຫ່າງດ້ຽວ ຮ່າໂນ້ຍ ເປີດເຜີຍວ່າ:
“ຂ້າພະເຈົ້າແມ່ນຊາວ ຮ່າໂນ້ຍ, ຂ້າພະເຈົ້າຊົມຊອບອັນໃດອັນໜຶ່ງທີ່ແມ່ນຂອງຮ່າໂນ້ຍແທ້. ສຳລັບ ຮ່າໂນ້ຍແລ້ວ ເຂົ້າເໝົ້າໄດ້ຫວນຄືນຄວນຊົງຈຳອະນຸສອນຫຼາຍຢ່າງໃນຄາວເຍົາໄວ. ເມື່ອເຕີບໃຫຍ່ຂຶ້ນເຮົາກໍ່ຮູ້ເຖິງສິ່ງທີ່ດີ ທີ່ງາມກ່ຽວກັບ ຮ່າໂນ້ຍ ໃນນັ້ນ ລະດູໃບໄມ້ຫຼົ່ນມີເຂົ້າເໝົ້າ”.
ເມື່ອອາກາດຄຄ່ອຍປ່ຽນໄປສູ່ລະດູໃບໄມ້ຫຼົ່ນ, ອາກາດເຢັນສະບາຍກໍ່ແມ່ນຊ່ວງເວລາທີ່ຖະໜົນ ຫ່າງທານ ຍິ່ງຟົດຟື້ນຫຼາຍຂຶ້ນເມື່ອກ້າວເຂົ້າສູ່ໄລຍະຜະລິດບັນດາເຍື່ອງອາຫານຈາກເຂົ້າເໝົ້າ. ຄອບຄົວທ່ານ ຫງວຽນວັນຮຸ່ງ ມີຄວາມຜູກພັນກັບອາຊີບຜະລິດເຂົ້າເໝົ້າເປັນເວລາ 60 ປີ ຢູ່ຖະໜົນຫ່າງທານ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ເມື່ອຜະລິດ, ເຂົ້າເໝົ້າສົດຈະຖືກແຕ່ງເປັນຫຼາຍເຍື່ອງອາຫານ. ທຳອິດແມ່ນເຂົ້າໜຽວເຂົ້າເໝົ້າ ປະສົມກັບແກ່ນດອກບົວ ແລະ ນວນໝາກພ້າວ, ທັດຈາກນັ້ນແມ່ນເຂົ້າໜົມເຂົ້າເໝົ້າ, ຂົ້ວເຂົ້າເໝົ້າ, ບັ໊ນຊູເຊ, ນົມສົດເຂົ້າເໝົ້າ. ເຍື່ອງອາຫານທັງໜົດເຫຼົ່ານີ້ກໍ່ລ້ວນແຕ່ເຮັດຈາກເຂົ້າເໝົ້າສົດ”.
ນາງ ກຸງທິຖຸຍ ເປັນຄົນລຸ້ນທີ່ສີ່ໃນຄອບຄົວປະກອບອາຊີບເຮັດເຂົ້າເໝົ້າທີ່ຖະໜົນ ຫ່າງທານ ຮ່າໂນ້ຍ ເປີດເຜີຍວ່າ:
“ເມື່ອກ່ອນນີ້ມີພຽງແຕ່ເຂົ້າໜົມເຂົ້າເໝົ້າເທົ່ານັ້ນ, ແຕ່ມາຮອດປັດຈຸບັນໄດ້ຂະຫຍາຍເປັນເຂົ້າໜົມຫຼາຍປະເພດ ເມື່ອກິນເຂົ້າເໝົ້າສົດກໍ່ມີຈຸດພິເສດສະເພາະ. ຂົ້ວເຂົ້າເໝົ້າພັນດ້ວຍໃບຕອງກ້ວຍ ແລະ ຈ້ຳກັບຫົວນ້ຳໝາກພ້າວຈະຮູ້ສຶກໄດ້ເຖິງສີສັນລະດູໃບໄມ້ຫຼົ່ນທີ່ ຮ່າໂນ້ຍ”.
ເຂົ້າເໝົ້າກໍ່ແມ່ນເຍື່ອງອາຫານທີ່ມີລົດຊາດອັນລຽບງ່າຍຂອງດິນຟ້າ. ແຕ່ລະຄົນສາມາດເລືອກເອົາວິທີແຕກຕ່າງກັນໃຫ້ແກ່ຕົນເອງ ເພື່ອຮັບປະທານບັນດາເຍື່ອງອາຫານທີ່ແຊບນົວທີ່ເຮັດຈາກເຂົ້າເໝົ້າ.
“ທຳມະດາແລ້ວເຮົາກໍ່ເຄີຍກີນເຂົ້າໜຽວເຂົ້າເໝົ້າ. ເຂົ້າໜຽວເຂົ້າເໝົ້າແມ່ນໜຽວ ແລະ ຫອມທີ່ສຸດ. ເມື່ອເຂົ້າເໝົ້າຖືກປຸງແຕ່ງ ພ້ອມກັບຖົ່ວຂຽວ, ແກ່ນດອກບົວ ແລະ ນວນໝາກພ້າວກໍ່ຈະສ້າງເປັນລົດຊາດພິເສດ ແລະ ເປັນສິ່ງທີ່ດູດດື່ມຕໍ່ຜູ້ຮັບປະທານ”.
ບໍ່ພຽງແຕ່ແມ່ນບັນດາເຍື່ອງອາຫານທີ່ແຊບນົວເທົ່ານັ້ນ, ເຍື່ອງອາຫານທີ່ເຮັດຈາກເຂົ້າເໝົ້າ ຍັງແທດເໝາະກັບການໃຊ້ເປັນຂອງຕ້ອນ, ມີສີສັນຂອງນະຄອນຫຼວງສຳລັບຜູ້ຢູ່ແດນໄກ. ນາງເຈິ່ນບ໋າວອານ ຢູ່ຮ່າໂນ້ຍ ່ເປີດເຜີຍວ່າ:
“ແຕ່ລະເທື່ອເມື່ອຂ້າພະເຈົ້າຝາກຂອງຕ້ອນໃຫ້ໜູ່ເພື່ອ, ຂ້າພະເຈົ້າເຄີຍເລືອກເອົາເຂົ້າໜົມເຂົ້າເໝົ້າ. ພວກໝູ່ເພື່ອນຈະຮູ້ສຶກໄດ້ເຖິງກິ່ນຫອມເຂົ້າໜຽວໃໝ່ ແລະ ຮູ້ສຶກໄດ້ເຖິງລົດຊາດພິເສດສະເພາະຂອງ ຮ່າໂນ້ຍ ຜ່ານຂອງຕ້ອນ”.
ພ້ອມກັບຄວາມງາມຂອງທ້ອງຟ້າທີ່ແຈ່ມໃສ, ແສງແດດອ່ອນເຫຼືອງ, ກິ່ນຫອມຫວນຂອງດອກຕີນເປັດ, ບັນດາເຍື່ອງອາຫານທີ່ເຮັດຈາກເຂົ້າເໝົ້າ ໄດ້ປະສົມປະສານເຂົ້າກັນສ້າງເປັນຈຸດພິເສດສະເພາະຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ເຊິ່ງໄດ້ຝັງເລິກໃນຈິດວິນຍານຂອງຊາວນະຄອນຫຼວງ.



