logo

ເຄື່ອງ​ປັ້ນ​ດິນ​ເຜົາ ບຽນ​ຮ່​ວາ: ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ​ເຂດ​ພາກ​ໃຕ້ ຫວຽດ​ນາມ

2025/2/13 | 07:47:03
(VOVWORLD) - ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ (ແຂວງ ດົ່ງນາຍ) ແມ່ນໜື່ງໃນບັນດາໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ ດ້ວຍບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາພິເສດ ແລະ ຫຼາຍຮູບຫຼາຍແບບ. ແຕ່ທ້າຍສັດຕະວັດທີ XIX ມາຮອດປະຈຸບັນ, ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຊື່ສຽງໃນທົ່ວໂລກ ດ້ວຍບັນດາຜະລິດຕະພັນທີ່ໄດ້ຮັບຖືວ່າມີຄ່າ, ຫາຍາກ, ພິເສດແມ່ນສຳລັບຜູູ້ທີ່ມີຄວາມເມົາມົວສະສົມເຄື່ອງປັ້ນດິນເຜົາບູຮານ.
 

ປ້າ ມາຍງອກຍີ ເຈົ້າຂອງຮ້າຍຂາຍເຄື່ອງປັ້ນດິນເຜົາ (ພາບ: ຢຸຍເຟືອງ/VOV)

      ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ ຕັ້ງຢູ່ແຄມແມ່ນ້ຳ ດົ່ງນາຍ ທີ່ມີອາຍຸກ່ວາ 300 ປີ. ໝູ່ບ້ານແຫ່ງນີ້ມີຊື່ສຽງດ້ວຍບັນດາບ້ານຜະລິດເຄື່ອງປັ້ນດິນເຜົາ ເຕີນວ້ານ, ບຶວຮ່ວາ, ຮວ່າອານ… ແລະ ໂຮງຮຽນວິຈິດສິນ ບຽນຮ່ວາ. ຄອບຄົວປ້າ ມາຍງອກຍີ, ເຈົ້າຂອງເຕົາຜະລິດເຄື່ອງປັ້ນດິນເຜົາ ຟອງເຊີນ (ບຽນຮ່ວາ, ດົ່ງນາຍ) ມີ 5 ລຸ້ນໄດ້ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ. ແຕ່ລະມື້, ເຕົາຜະລິດເຄື່ອງປັ້ນດິນເຜົາ ຟອງເຊີນ ໄດ້ເປີດປະຕູເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ ແລະ ແລກປ່ຽນເຕັກນິກການຜະລິດເຄື່ອງປັ້ນດິນເຜົາບູຮານ ບຽນຮ່ວາ. ປ້າ ມາຍງອກຍີ ໃຫ້ຮູ້ວ່າ:

    ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຈຸດພິເສດສະເພາະແມ່ນໄດ້ແຕ້ມດ້ວຍມື, ຍ້ອນຄວາມງາມຂອງຜະລິດຕະພັນທີ່ບໍ່ຄືກັນ, ດັ່ງນັ້ນ ໄດ້ຮັບຄວາມນິຍົມທີ່ສຸດຈາກລູກຄ້າ. ຂ້າພະເຈົ້າມັກໝູ່ບ້ານຜະລິດແບບຫັດຖະກຳກ່ວາໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາແບບອຸດສາຫະກຳ.

ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີສີເຄືອບ ແລະ ເຕັກນິກປະດັບປະດາພິເສດ (ພາບ: ຢຸຍເຟືອງ/VOV)

   ກ່ອນນີ້, ປີ 1903, ຍັງມີໂຮງຮຽນສອນວີຊາຊີບກ່ຽວກັບການຜະລິດເຄື່ອງປັ້ນດິນເຜົາຢູ່ ອິນດູຈິນ. ໄລຍະນີ້ແມ່ນໄລຍະພັດທະນາດີທີ່ສຸດຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ດ້ວຍຊື່ສຽງຢູ່ທົ່ວງານຕະຫຼາດນັດຢູ່ ຝະລັ່ງ, ຍີ່ປຸ່ນ… ນັ້ນແມ່ນການປະສານສົມທົບຂອງວິທີການຜະລິດເຄື່ອງປັ້ນດິນເຜົາຂອງ ຫວຽດນາມ, ຈີນ ແລະ ຝະລັ່ງ. ທ່ານ ປອ ນາງ ຫວຽນທິງວຽດ, ຮອງປະທານສະມາຄົມສິລະປະວັນນະຄະດີແຂວງ ດົ່ງນາຍ ໃຫ້ຮູ້ວ່າ:

ຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຈຸດພິເສດສະເພາະຢູ່ໃນສີເຄືອບ, ຮູບແບບ ແລະ ພິເສດແມ່ນເຕັກນິກປະດັບປະດາລວດລາຍ. ພາຍຫຼັງນິ້, ຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ບໍ່ຄືໃນເມື່ອກ່ອນ, ຍ້ອນວ່າ ຖ້າຫາກພຽງແຕ່ຖືດ້ານເຕັກນິກເປັນສຳຄັນ, ການດຳເນີນທຸລະກິດກໍ່ຈະບໍ່ສະດວກ, ຍ້ອນວ່າ ລາຄາແພງ.

    ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຄວາມຫຼາກຫຼາຍສີສັນຕາມສີມືຂອງນາຍຊ່າງແຕ່ລະຄົນ. ຈຸດພິເສດສະເພາະຂອງເຄື່ອງປັ້ນດິນເຜົາ ບຽນຮ່ວາ ແມ່ນການປະສົມສີເຄືອບ ກໍ່ຄືປັດໄຈດ້ານເຕັກນິກທີ່ສູງຂອງນາຍຊ່າງ. ເຄື່ອງປັ້ນດິນເຜົາ ບຽນຮ່ວາ ມີຊື່ສຽງໃນໂລກ ດ້ວຍສີເຄືອບພິເສດ. ແຕ່ລະເຕົາເຜົາກໍ່ມີເຂັດລັບດ້ານເຕັກນິກປະສົມສີເຄືອບ. ຂອດທາສີເຄືອບຖືກຖືວ່າແມ່ນຂອດສຳຄັນກ່ວາໝູ່ ຮຽກຮ້ອງໃຫ້ນາຍຊ່າງຕ້ອງມີບົດຮຽນປະສົບການມາເປັນເວລາຫຼາຍປີ. ຖ້າບໍ່ດັ່ງນັ້ນ, ເມື່ອເອົາມາເຜົາ, ຜະລິດຕະພັນຈະຖືກປ່ຽນຮູບ. ນາຍຊ່າງ ຫງວຽນມິນຮຸ່ງ ໃຫ້ຮູ້ວ່າ:

ແຕ້ມເຄືອບແບບຝັງລົງເພື່ອໃຫ້ມັນໄປຕາມຄອງ. ເຮັດລວດລາຍນູນຂຶ້ນເພື່ອໃຫ້ງາມ. ຈຸດພິເສດຂອງເຄື່ອງປັ້ນດິນເຜົາ ບຽນຮ່ວາ ແມ່ນລວດລາຍນ້ອຍ ແລະ ເລິກ.

 ປະຈຸບັນ, ຍ້ອນບັນດາປັດໄຈຄື: ຮູບແບບ, ລວດລາຍຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ເຄີຍຖືດ້ານສິລະປະເປັນຫຼັກ ຫາກບໍ່ຄ່ອຍເຮັດຜະລິດຕະພັນໃຊ້ສອຍປະຈຳວັນ ກໍ່ຄືບັນຫາຮັກສາສິ່ງແວດລ້ອມ, ດັ່ງນັ້ນ ບັນດາເຕົາເຜົາໃນໝູ່ບ້ານ ຕ້ອງປ່ຽນແປງເຕັກນິກການເຜົາ. ເພື່ອໂຄສະນາຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ, ທ່ານ ຫງວຽນຫວຽດເຊີນ, ຜູ້ອຳນວຍການຫໍພິພິຕະພັນແຂວງ ດົ່ງນາຍ ໃຫ້ຮູ້ວ່າ: ແຕ່ລະປີ, ຫໍພິພິຕະພັນລ້ວນແຕ່ໄດ້ຈັດງານວາງສະແດງຫົວເລື່ອງສະເພາະ ກ່ຽວກັບເຄື່ອງປັ້ນດິນເຜົາ, ຮຽບຮຽງປື້ມເລື່ອງຕ່າງໆກ່ຽວກັບເຄື່ອງປັ້ນດິນເຜົາ:

ແຂວງ ດົ່ງນາຍ ພວມມີແຜນນະໂຍບາຍສ້າງຕັ້ງຫໍພິພິຕະພັນເຄື່ອງປັ້ນດິນເຜົາ. ເມື່ອມີຫໍພິພິຕະພັນແລ້ວ, ແນ່ນອນວ່າ ໃນຫຼາຍປະເພດເຄື່ອງປັ້ນດິນເຜົາ, ເຄື່ອງປັ້ນດິນເຜົາ ບຽນຮ່ວາ ຕ້ອງແມ່ນຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ພົ້ນເດັ່ນ, ຊ່ວຍຫຍັບມໍ່ເຂົ້າໃກ້ກັບມະຫາຊົນຫຼາຍກ່ວາ, ເສີມຂະຫຍາຍຄຸນຄ່າໄດ້ດີກ່ວາໃນໄລຍະທີ່ຈະມາເຖິງ.

 ປະຈຸບັນ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ ພວມພັດທະນາຢ່າງໄວວາ ຍ້ອນມີບັນດານະໂຍບາຍປ່ຽນແປງໃໝ່ ແລະ ການສົ່ງເສີມພັດທະນາຂະແໜງອຸດສາຫະກຳຫັດຖະກຳຂະໜາດນ້ອຍຂອງລັດຖະບານ. ປະຈຸບັນ, ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ບຽນຮ່ວາ ໄດ້ສົ່ງອອກໄປຍັງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ບາງປະເທດຢູ່ ເອີລົບ. ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບຽນຮ່ວາ ທັງຜະລິດເຄື່ອງປັ້ນດິນເຜົາ ທັງສົມທົບກັບການຂຸດຄົ້ນການທ່ອງທ່ຽວໝູ່ບ້ານອາຊີບ ເພື່ອອະນຸລັກຮັກສາຄວາມທີ່ເປັນມູນເຊື້ອຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາທີ່ມີອາຍຸນັບຮ້ອຍປີນີ້./.

TAG
VOV/VOVworld/ເຄື່ອງ​ປັ້ນ​ດິນ​ເຜົາ ບຽນ​ຮ່​ວາ/​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ​/ທ່ານ ຫງວຽນຫວຽດເຊີນ/ຜູ້ອຳນວຍການຫໍພິພິຕະພັນແຂວງ ດົ່ງນາຍ/ນາຍຊ່າງ ຫງວຽນມິນຮຸ່ງ/ທ່ານ ປອ ນາງ ຫວຽນທິງວຽດ/ປ້າ ມາຍງອກຍີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ