logo

ເຈິ່ນຮຶວວິງ - ຊາວໜຸ່ມ startup ຈາກການລ້ຽງນົກປະດັບ

2024/12/22 | 08:00:00
(VOVWORLD) - ນົກຫອນຈຸກຊອດທີ່ອ້າຍພວມລ້ຽງມີມູນຄ່າສູງ, ຄື: ນົກຫອນຈຸກຂາວ, ສີຂີ້ເທົ່າ, ສີເຫຼືອງ, ສີຂີ້ເທົ່າຈາງ…
(ຮູບແບບລ້ຽງນົກຫອນຈຸກບໍ່ຕ້ອງການເນື້ອທີ່ກວ້າງ, ຫາກຮຽກຮ້ອງໃຫ້ຜູ້ລ້ຽງຕ້ອງມີຄວາມເມົາມົວ)

        ອ້າຍ ເຈິ່ນຮຶວວິງ, ຢູ່ຕາແສງ ຕາມຮຽບ, ເມືອງ ເຈົາແທັງ, ແຂວງ ຕ່ຽນຢາງ, ເປັນເຈົ້າຂອງຟາມລ້ຽງນົກຫອນຈຸກຊອດ. ຈາກການລ້ຽງ, ຂະຫຍາຍພັນນົກນີ້, ແຕ່ລະປີ ອ້າຍ ເຈິ່ນຮຶວວິງ ສ້າງລາຍຮັບໄດ້ກວ່າ 120.000 USD.

        ອ້າຍ ເຈິ່ນຮຶວວິງ, ອາຍຸ 30 ປີ, ຮຽນຈົບປະລິນຍາຕີຂະແໜງກໍ່ສ້າງ, ເປັນວິສະວະກອນກິດຈະກຳຢູ່ນະຄອນ ໂຮ່ຈີມິນ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງໄດ້ສຳຜັດ, ຊອກຮູ້ກ່ຽວກັບຂະບວນການລ້ຽງນົກປະດັບມາເປັນໄລຍະໜຶ່ງ, ເຫັນວ່າ ເລື່ອງລ້ຽງນົກນັ້ນບໍ່ພຽງແຕ່ຕອບສະໜອງຄວາມເມົາມົວຂອງອ້າຍ, ຫາກຍັງສ້າງລາຍຮັບສູງ, ສະນັ້ນ, ອ້າຍ ວິງ ຕັດສິນໃຈກັບເມືອບ້ານເກີດເມືອງນອນ startup, ສ້າງຟາມລ້ຽງນົກປະດັບນັບແຕ່ປີ 2019. ເຫັນວ່າ ຕະຫຼາດນົກປະດັບນິຍົມນົກຫອນຈຸກຊອດ ນັບແຕ່ສີຂົນນົກ, ສຽງນົກຮ້ອງ, ນອກຈາກຢູ່ຕາມທຳມະຊາດແລ້ວ ແມ່ນຫາຍາກທີ່ສຸດ. ອ້າຍ ວິງ ຕັດສິນໃຈລົງທຶນຈຳນວນເງິນກວ່າ 600 ລ້ານດົ່ງ (ເກືອບ 30.000 USD) ເພື່ອຊື້ ນົກຫອນຈຸກຊອດ 20 ຄູ່, ສ່ວນຫຼາຍແມ່ນມີຂົນສີຂາວ ຫຼື ສີເຫຼືອງຈືດເພື່ອລ້ຽງຢູ່ໃນຄອບຄົວ. ອ້າຍ ເຈິ່ນຮຶວວິງ, ແບ່ງປັນວ່າ:

        “ກ່ອນອື່ນໝົດແມ່ນຍ້ອນຂ້າພະເຈົ້າມີຄວາມເມົາມົວ, ຕໍ່ຈາກນັ້ນໄດ້ສຳຜັດກັບນົກຫອນຈຸກ ເຫັນວ່າຖືກກັບຄວາມນິຍົມຂອງຕົນ. ນອກນັ້ນ, ຂ້າພະເຈົ້າກໍ່ເຫັນໄດ້ກຳໄລ, ປະສິດທິຜົນທາງດ້ານເສດຖະກິດທີ່ນົກຊະນິດນີ້ນຳມາໃຫ້ແມ່ນສູງ, ເປັນປົກກະຕິອີກ. ປັດໄຈເພື່ອລ້ຽງນົກຫອນຈຸກໃຫ້ບັນລຸຜົນສຳເລັດ, ກ່ອນອື່ນໝົດແມ່ນຕ້ອງເລືອກນົກພັນ, ເລືອເອົານົກພັນມີຄຸນນະພາບ. ພ້ອມກັນນັ້ນແມ່ນມີການແນະນຳຂອງອ້າຍນ້ອງທີ່ເຮັດກ່ອນແລ້ວ ແລະ ຜ່ານການລ້ຽງຈະມີປະສົບການເພື່ອແກ້ໄຂບັນດາບັຫາເກີດຂຶ້ນໃນວິວັດການລ້ຽງ”.

        ມາຮອດຈຸດເວລານີ້, ອ້າຍໄດ້ລ້ຽງນົກຫອນຈຸກຊອດຫຼາຍຊະນິດໃຫ້ອອກໄຂ່, ທະວີຄູນໄດ້ເກືອບ 600 ໂຕ; ໃນນັ້ນ ມີ 120 ຄູ່ແນວພັນ, ສ່ວນຍັງເຫຼືອແມ່ນມີຫຼາຍເກນອາຍຸ. ປະຈຸບັນ, ອ້າຍໄດ້ກໍ່ສ້າງຄອກນ້ອຍຢູ່ອ້ອມເນື້ອທີ່ດິນຂອງຄອບຄົວ 2.000 ຕາແມັດ. ນົກຫອນຈຸກຊອດທີ່ອ້າຍພວມລ້ຽງມີມູນຄ່າສູງ, ຄື: ນົກຫອນຈຸກຂາວ, ສີຂີ້ເທົ່າ, ສີເຫຼືອງ, ສີຂີ້ເທົ່າຈາງ…ໃນຈຸດເວລານີ້, ໂດຍອີງຕາມນົກຫອນຈຸກແຕ່ລະຊະນິດຈະມີລາຄາແຕ່ 5 – 7 ລ້ານດົ່ງ (200 – 300 USD)/ໂຕ; ຊ້ຳບໍ່ໜຳຍັັງມີນົກຫອນຈຸກມີລາຄາຂຶ້ນເຖິງນັບໝື່ນ USD.

(ອ້າຍ ເຈິ່ນຮຶວວິງ)

        ນອກຈາກການລ້ຽງນົກຫອນຈຸກຊອດຢູ່ຄອບຄົວເພື່ອດຳເນີນທຸລະກິດ, ອ້າຍ ເຈິ່ນຮຶວວິງ ຍັງໄດ້ “ຝຶກແອບ” ບັນດາຄູ່ນົກຫອນຈຸກເກັ່ງໄປແຂ່ງຂັນຄວ້າລາງວັນຢູ່ພາຍໃນ ແລະ ນອກແຂວງ. ມາຮອດຈຸດເວລານີ້, ນົກຂອງອ້າຍຄວ້າໄດ້ລາງວັນທີ 1, ລາງວັນທີ 2 ນັບ 10 ລາງວັນ. ອ້າຍໃຫ້ຮູ້ວ່າ ຜ່ານບັນດາການແຂ່ງຂັນນັ້ນ, ອ້າຍສາມາດສ້າງໄດ້ຊື່ສຽງ, ຍົກສູງມູນຄ່າຮູບແບບລ້ຽງນົກຫອນຈຸກຂອງຕົນ. ຈາກນັ້ນ, ມູນຄ່າ ແລະ ສົ້ນອອກຂອງຟາມນົກຫອນຈຸກຂອງຄອບຄົວອ້າຍກໍ່ມີຄວາມສະດວກກວ່າ. ແຕ່ລະປີ, ອ້າຍຂາຍນົກຫອນຈຸກຊອດແຕ່ 250 – 300 ໂຕ, ສ້າງລາຍນັບນັບຫຼາຍຕື້ດົ່ງ.

        ອ້າຍ ເຈິ່ນຮຶວວິງ ໃຫ້ຮູ້ວ່າ, ຮູບແບບລ້ຽງນົກຫອນຈຸກບໍ່ຕ້ອງການເນື້ອທີ່ກວ້າງ, ຫາກຮຽກຮ້ອງໃຫ້ຜູ້ລ້ຽງຕ້ອງມີຄວາມເມົາມົວ, ກຳແໜ້ນເຕັກນິກການລ້ຽງເປັນຢ່າງດີ; ຕ້ອງຮູ້ລັກສະນະພິເສດ, ຄວາມລື້ງເຄີຍຂອງນົກຊະນິດນີ້. ຫົວອາຫານລ້ຽງນົກຫອນຈຸກແມ່ນ ນອກຈາກຫົວອາຫານອຸດສະກຳແລ້ວ, ຍັງມີໝາກໄມ້ອີກ, ຄື: ໝາກກ້ວຍ, ໝາກມ່ວງ, ແມງໄມ້… ສຳລັບນົກແມ່ພັນຕ້ອງສ້າງຄອກດ້ວຍກ້ອນຈີ່, ສ້າງເປັນປ່ອງຕາກະໂລ ແລະ ຕ້ອງຕິດຕາມການອອກໄຂ່. ພາຍຫຼັງການລ້ຽງເປັນເວລາ 7 ເດືອນ, ນົກຫອນຈຸກຊອດເລີ່ມໄຂ່; ແຕ່ລະຄູ່ອອກໄຂ່ແຕ່ 5 – 10 ຊຸດ; ແຕ່ລະຊຸດອອກໄຂ່ແຕ່ 2 – 3 ໜ່ວຍ. ອ້າຍ ວິງ ໃຫ້ຮູ້ວ່າ:

        “ປະຈຸບັນ, ນອກຈາກການພັດທະນາຝູງນົກຢູ່ຟາມແລ້ວ, ຂ້າພະເຈົ້າຍັງສະໜອງນົກພັນໃຫ້ແກ່ບັນດາຄອບຄົວມີຄວາມຕ້ອງການພັດທະນາການລ້ຽງູກຢູ່ເຂດທິດຕາເວັນຕົກ ແລະ ທົ່ວປະເທດ, ໜູນຊ່ວຍໃຫ້ອ້າຍນ້ອງລ້ຽງ, ເລືອກເອົານົກພັນ ແລະ ການຂາຍ. ໃນໄລຍະຈະມາເຖິງ, ຂ້າເຈົ້າຈະເປີດສະໂມສອນນົກປະດັບເພື່ອໃຫ້ບັນດາຜູ້ມັກຮັກນົກມາແລກປ່ຽນ ແລະ ແບ່ງປັນບົດຮຽນ”.

        ຟາມລ້ຽງ ນົກຫອນຈຸກຊອດຂອງອ້າຍ ເຈິ່ນຮຶວວິງ ແມ່ນຮູບແບບໃໝ່ ແລະ ມີຂອບຂະໜາດໃຫຍ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃຫ້ສະມັດຕະພາບດ້ານເສດຖະກິດສູງ. ຜົນສຳເລັດຂອງຮູບແບບດັ່ງກ່າວ ໄດ້ປະກອບສ່ວນສ້າງບັນດາຮູບແບບຜະລິດກະສິກຳຢູ່ແຂວງ ຕ່ຽນຢາງ ເປັນຫຼາຍຮູບຫຼາຍແບບກວ່າ, ຮັບໃຊ້ຄວາມຕ້ອງການລະຫຼີ້ນ, ບັນເທິງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ.

TAG
VOV/VOVworld/ນົກຫອນຈຸກ/ສີຂີ້ເທົ່າ/ສີເຫຼືອງ/ສີຂີ້ເທົ່າຈາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ