logo

ເປີດ​ຕົວກິດ​ຈະ​ກຳ ຊາວ​ໜຸ່ມ “ລະ​ຫັດ QR ເຜີຍ​ແຜ່, ໂຄ​ສະ​ນາ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ IUU”

2026/3/27 | 12:28:15
(VOVWORLD) - ກິດຈະກຳໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ປ່ຽນແປງໃໝ່ຮູບແບບການໂຄສະນາ, ໝູນໃຊ້ການຫັນເປັນດີຈີຕອນ ໃນວຽກງານເຜີຍແຜ່, ສຶກສາກົດໝາຍໄປຍັງຊາວປະມົງ.
ຊາວປະມົງ QR ຢູ່ທ່າກຳປັ່ນປາ ຕຽນເຈົາ (ພາບ: nhandan.vn)

ວັນທີ 26 ມີນາ ຢູ່ທ່າກຳປັ່ນປາ ຕຽນເຈົ້າ, ປ້ອມປ້ອງກັນຊາຍດແດນ ອານຫ໋າຍ (ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງດັກລັກ) ໄດ້ສົມທົບກັບຄະນະບໍລິຫານງານຊາວໜຸ່ມຕາແສງ ຕຸຍອານດົງ ຈັດພິທີເປີດຕົວກິດຈະກຳຊາວໜຸ່ມ “ລະຫັດ QR ເຜີຍແຜ່, ໂຄສະນາບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ IUU”. ກິດຈະກຳໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ປ່ຽນແປງໃໝ່ຮູບແບບການໂຄສະນາ, ໝູນໃຊ້ການຫັນເປັນດີຈີຕອນ ໃນວຽກງານເຜີຍແຜ່, ສຶກສາກົດໝາຍໄປຍັງຊາວປະມົງ. ຕາມນັ້ນແລ້ວ, ບັນດາເນື້ອໃນກ່ຽວຂ້ອງເຖິງຂໍ້ກຳນົດໃນການປ້ອງກັນ, ຕ້ານ IUU, ກົດໝາຍວ່າດ້ວຍການປ້ອງກັນຊາຍແດນ ຫວຽດນາມ ແລະ ບັນດາເອກະສານກົດໝາຍທີ່ກ່ຽວຂ້ອງ ຈະໄດ້ປະມວນເຂົ້າລະຫັດ QR, ຊ່ວຍຊາວປະມົງຊອກຫາຂໍ້ມູນ ດ້ວຍສະມາດໂຟນ ໄດ້ຢ່າງງ່າຍດາຍ ແລະວ່ອງໄວ, ສະດວກ. ນີ້ໄດ້ຮັບຖືວ່າແມ່ນວິທີການທີ່ແທດຈິງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ປະກອບສ່ວນຍົກສູງປະສິດທິຜົນໃນວຽກງານໂຄສະນາກົດໝາຍທາງທະເລ.

TAG
VOV/VOVworld/ຊາວ​ໜຸ່ມ/​ການ​ປ້ອງ​ກັນ/ຕ້ານ IUU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ