logo

ເປີດພິທີການຝຶກຊ້ອມກູ້ຊີບ​ກູ້​ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ

2025/10/7 | 07:23:29
(VOVWORLD) - ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.
ທະຫານລາວ, ຫວຽດນາມ, ກຳປູເຈຍ ເຂົ້າຮ່ວມພິທີເປີດ

ວັນທີ 6 ຕຸລາ, ຢູ່ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປີດພິທີຝຶກຊ້ອມກູ້ຊີບກູ້ໄພຮ່ວມລະຫວ່າງກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ, ຈັດໂດຍກະຊວງປ້ອງກັນປະເທດລາວ. ການຝຶກຊ້ອມຈັດຂຶ້ນ ແຕ່ວັນທີ 6-15 ຕຸລາ, ດ້ວຍບັນດາເນື້ອໃນຫຼັກ, ເຊັ່ນ: ການຝຶກແອບ ແລະ ປະຕິບັດຕົວຈິງ ບັນດາສະຖານະການຄົ້ນຫາ, ກອບກູ້ຜູ້ປະສົບເຄາະຮ້າຍທາງນ້ຳທີ່ຖືກນ້ຳໄຫຼພັດໄປ ແລະ ການຊອກຫາກູ້ຊີບ, ກູ້ໄພຢູ່ຕຶກອາຄານຖືກພັງທະລາຍ. ການຝຶກຊ້ອມຄັ້ງນີ້ມີ ພະນັກງານ, ນັກຮົບ ເຂົ້າຮ່ວມຫຼາຍເກືອບ 1.000 ຄົນ, ພ້ອມທັງມີຍານພາຫະນະ, ວັດຖຸ, ອຸປະກອນທີ່ທັນສະໄໝຮັບໃຊ້ວຽກງານຄົ້ນຫາ, ກູ້ຊີບກູ້ໄພ.

        ກ່າວຄຳເຫັນໃນພິທີເປີດ, ທ່ານ ພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ເນັ້ນໜັກວ່າ ການຝຶກຊ້ອມແມ່ນ ຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 3 ກອງທັບ ໃຫ້ນັບມື້ນັບຮັດແໜ້ນຫຼາຍຂຶ້ນ; ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້, ວິຊາສະເພາະ ແລະ ຄວາມອາດສາມາດກູ້ຊ່ວຍຜູ້ປະສົບເຄາະຮ້າຍ; ຍົກສູງຄວາມສາມາດບັນຊາການກ່ຽວກັບວິທີແນະນຳ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນເງື່ອນໄຂພູມີປະເທດ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບຳລຸງກໍ່ສ້າງພະນັກງານ ແລະ ນັກຮົບນຳໃຊ້ບັນດາຍານພາຫະນະ ແລະ ເຕັກນິກໃນວຽກງານກອບກູ້ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢ່າງຄ່ອງແຄ້ວ.

        ນອກຈາກການຝຶກຊ້ອມຮ່ວມ, ບັນດາກ້ອນກຳລັງເຂົ້າຮ່ວມການຝຶກຊ້ອມ ຍັງມີບັນດາກິດຈະກຳພົບປະແລກປ່ຽນວັດທະນາທຳ, ສິລະປະ, ກິລາ, ແລກປ່ຽນຂໍ້ມູນ, ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານ ແລະ ນັກຮົບຂອງກອງທັບ ລາວ-ຫວຽດນາມ-ກຳປູເຈຍ.

ນັກຂ່າວປະຈຳລາວ

TAG
VOV/VOVworld/ກອງທັບ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ/ຝຶກ​ຊ້ອມ​ກູ​້​ໄຟ​ກູ້​ຊີບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ