logo

ເປັນຄັ້ງທຳອິດທີ່ຊາວເຜົ່າ ເອີດູ ເຂົ້າຮ່ວມການສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ

2026/3/14 | 09:23:00
(VOVWORLD) - ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຄູຍິງອາຍຸ 24 ປີໃຫ້ຮູ້ວ່າ ຈະສຸມໃສ່ໃຫ້ບຸລິມະສິດປະກອບສ່ວນໃນບັນຫາຈຳນວນໜຶ່ງ, ຄື: ສ້າງນະໂຍບາຍໃຫ້ແກ່ປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ສົມບູນ; ການລົງທຶນພື້ນຖານໂຄງລ່າງໂຮງຮຽນ
(ຄູ ລໍ່ທິບາວວີ)

          ຄູ ລໍ່ທິບາວວີ (ເກີດປີ 2002) ຄູສອນຢູ່ໂຮງຮຽນປະຖົມ ກວິ່ງເລິບ ອາ, ແຂວງ ເງະອານ ແມ່ນໜຶ່ງໃນ  ຈຳນວນຜູ້ສະໝັກຮັບເລືອກຕັ້ງ 7ທ່ານເຂົ້າເປັນສະມາຊິກສະພາແຫ່ງຊາດຊຸດທີ 16 ເພດຍິງທີ່ໜຸ່ມທີ່ສຸດ. ພິເສດ, ລໍ່ທິບາວວີ ກໍ່ແມ່ນຊາວຊົນເຜົ່າ ເອີດູ ຄົນທຳອິດທີ່ເຂົ້າຮ່ວມການສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ.

ໂດຍແມ່ນເອື້ອຍກົກໃນຄອບຄົວມີ 4 ເອື້ອຍນ້ອງຢູ່ບ້ານ ວັງມົນ, ຕາແສງ ງາມີ, ແຂວງ ເງະອານ, ລໍ່ທິບາວວີ ເຕີບໃຫຍ່ໃນຄອບຄົວຊາວກະສິກອນ, ເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນັບແຕ່ຄາວຍັງນ້ອຍ, ນ້ອງມີສະຕິຄວາມຮັບຮູ້ວ່າ ເສັ້ນທາງຮ່ຳຮຽນແມ່ນວິທີເພື່ອປ່ຽນຊີວິດ. ຍ້ອນຄວາມດຸໝັ່ນຂະຫຍັນພຽນຂອງຜູ້ເປັນພໍ່, ເປັນແມ່ ແລະ ນະໂຍບາຍໜູນຊ່ວຍຂອງລັດ, ທັງ 4 ເອື້ອຍນ້ອງລ້ວນແຕ່ໄດ້ຮ່ຳຮຽນ.

“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ນ້ອງ ແລະ ຜູ້ເປັນນ້ອງ 3 ຄົນໄດ້ໄປຮຽນຢູ່ໂຮງຮຽນເຄິ່ງກິນນອນຊົນເຜົ່າ. ໂດຍມີສະຕິຄືແນວນັ້ນ ທັງ 4 ເອື້ອຍນ້ອງລ້ວນແຕ່ມານະພະຍາຍາມຮ່ຳຮຽນ”.

ປີ 2025, ເຫດນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບ້ານເກີດເມືອງນອນຂອງນາງ, ເຮັດໃຫ້ເກີດດິນເຊາະເຈື່ອນ, ຂົວຫັກ, ມີຫຼາຍບ້ານຖືກຕັດຂາດຈາກພາຍນອກ. ບັນດາຮູບພາບນັ້ນໄດ້ເຮັດໃຫ້ນາງຄິດຮອດຄາວເປັນເດັກ. ເມື່ອຄາວຮຽນຢູ່ຂັ້ນປະຖົມ, ມີບາງຄັ້ງບາງຄາວ ນາງ ວີ ພ້ອມກັບເພື່ອນຂອງຕົນຕ້ອງຂ້າມຫ້ວຍ ຫຼື ຕ້ອງຂ້າມເສັ້ນທາງຖືກເຊາະເຈື່ອນເພື່ອໄປໂຮງຮຽນ.

“ບັນດາຮູບພາບນ້ຳຖ້ວມໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງຄາວທີ່ຍັງໄປໂຮງຮຽນ. ເສັ້ນທາງໄປໂຮງຮຽນອັນຕະລາຍທ່ີສຸດ ແຕ່ຄາວນັ້ນພວກຂ້າພະເຈົ້າຍັງເປັນເດັກຢູ່. ຂີ້ຕົມສູງກາຍຫົວເຂົ່າ ຕ້ອງໃຊ້ໄມ້ຄ້ຳເພື່ອຂ້າມໄປ, ດຶງເອົາໝູ່ຢູ່ທາງຫຼັງໄປພ້ອມ”.

ພາຍຫຼັງຮຽນຈົບມັດທະຍົມຕອນປາຍ, ລໍ່ທິບາວວີ ເສັງເຂົ້າຮຽນຂະແໜງການສຶກສາຊັ້ນປະຖົມ, ມະຫາວິທະຍາໄລ ວິງ ໄດ້. ເມື່ອຮຽນຈົບ, ນາງເຂົ້າເຮັດວຽກງານຢູ່ໂຮງຮຽນປະຖົມ ກວິ່ງເລິບ ອາ (ຕາແສງ ເຕິນມາຍ, ເງະອານ). ການເລືອກເອົາອາຊີບຄູ ບໍ່ພຽງແຕ່ແມ່ນຍ້ອນຄວາມຮັກເດັກນ້ອຍເທົ່ານັ້ນ ຫາກຍັງແມ່ນວິທີເພື່ອໃຫ້ນາງໄດ້ສານຕໍ່ຄວາມໄຝ່ຝັນຂອງແມ່ທີ່ຍັງຄ້າງຄາ.

“ແມ່ຂອງຂ້າພະເຈົ້າເຄີຍຈັບໃບແຈ້ງເຂົ້າຮຽນໄປຍື່ນ ແຕ່ຍ້ອນຄວາມຫຍຸ້ງຍາກຂອງຄອບຄົວ ສະນັ້ນແມ່ບໍ່ສາມາດໄປຮຽນຕໍ່ໄດ້. ດັ່ງນັ້ນ, ຂ້າພະເຈົ້າຢາກກາຍເປັນຄູ ເພື່ອປະຕິບັດຄວາມໄຝ່ຝັນນັ້ນ ແລະ ຊ່ວຍໃຫ້ເດັກມີໂອກາດໄດ້ຮໍ່່າຮຽນເປັນຢ່າງດີກວ່າ”.

ຄາວຍັງເປັນນັກສຶກສາ, ລໍ່ທິບາວວີ ໄດ້ເຂົ້າຮ່ວມບັນດາສະໂມສອນ ແລະ ກຸ່ມນັກສຶກສາອາສາສະໝັກ. ປະຈຸບັນ, ນາງແມ່ນທູດຂອງໂຄງການ “ຮຽນພ້ອມກັບນ້ອງ”. ນີ້ແມ່ນໂຄງການໜູນຊ່ວຍນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ເງະອານ. ຄູ ວີແທັງດ່າວ, ຢູ່ໂຮງຮຽນ ເນີມໂຕດ, ໂຮງຮຽນປະຖົມ ຈີເຫຼ, ຕາແສງ ເກ໊ຟອງ, ແຂວງ ເງະອານ, ໃຫ້ຮູ້ວ່າ:

“ໂດຍຕາງໜ້າໃຫ້ໂຮງຮຽນ, ຂ້າພະເຈົ້າຂໍຂອບໃຈຄູ, ບັນດາຜູ້ໃຈບຸນໃຈກຸສົນ. ເຂົາເຈົ້າໄດ້ນຳເອົາບັນດາຂອງຂວັນທີ່ມີຄວາມໝາຍເພື່ອມອບໃຫ້ນັກຮຽນຢູ່ໂຮງຮຽນ ເນີມໂຕດ”.

ໂດຍແມ່ນຄູໜຸ່ມຜູ້ໜຶ່ງ, ຍາມໃດນາງກໍ່ມານະພະຍາຍາມສ້າງບັນຍາກາດທີ່ຕັ້ງໜ້າໃນຫ້ອງຮຽນ, ດ້ວຍບັນດາຕົວຢ່າງທີ່ໃກ້ຊິດໃນບົດສອນ, ກໍ່ສ້າງ “ໂຮງຮຽນແຫ່ງຄວາມຜາສຸກ”.

 “ຍາມໃດຂ້າພະເຈົ້າກໍ່ມານະພະຍາຍາມປ່ຽນແປງໃໝ່ວິທີການສິດສອນ, ເພື່ອໃຫ້ບົດຮຽນເຂົ້າມາໃກ້ກັບນັກຮຽນກວ່າ. ຄວບບັນດາເລື່ອງລາວຈາກຊີວິດ ແລະ ວັດທະນະທຳຂອງທ້ອງຖິ່ນເຂົ້ານຳ. ສິ່ງສຳຄັນທີ່ສຸດສຳລັບຂ້າພະເຂົ້າແມ່ນຊ່ວຍໃຫ້ນັກຮຽນມັກຮັກການຮຽນຫຼາຍຂຶ້ນ”.

ສຳລັບ ຄູ ລໍ່ທິບາວວີ ແລ້ວ, ເລື່ອງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ບໍ່ແມ່ນຄວາມກົດດັນ ຫາກແມ່ນກຳລັງໜູນເພື່ອສ້າງຕົນເອງໃຫ້ສົມບູນກວ່າ, ພິເສດແມ່ນຄວາມເປັນກຽດທີ່ໄດ້ຕາງໜ້າໃຫ້ຊົນເຜົ່າ ເອີດູ ອອກສຽງເວົ້າ, ຄວາມມຸ່ງມາດປາດຖະໜາຂອງຊົນເຜົ່າຕົນ.

“ຂ້າພະເຈົ້າຕັດສິນໃຈເຂົ້າຮ່ວມສະໝັກຮັບເລືອກຕັ້ງ ດ້ວຍຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ວົງຄະນະຍາດຫຼາຍກວ່າອີກ. ໂດຍເຫັນປະຈັກຕາບັນດາຄວາມຫຍຸ້ງຍາກໃນຊີວິດ ແລະ ການສຶກສາ ບັນດາຕົວຈິງນັ້ນເຮັດໃຫ້ຂ້າພະເຈົ້າປາດຖະໜາຢາກໃຫ້ສຽງເວົ້າຂອງຄູໜູ່ມ, ລູກຂອງເຂດຊາວເຜົ່າສ່ວນໜ້ອຍໄດ້ຮັບຟັງຫຼາຍກວ່າ. ສະນັ້ນ, ຂ້າພະເຈົ້າຕັດສິນໃຈສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ດ້ວຍຄວາມຫວັງຢາກປະກອບສ່ວນໃຫ້ແກ່ວົງຄະນະຍາດໄດ້ຫຼາຍກວ່າ”.

ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຄູຍິງອາຍຸ 24 ປີໃຫ້ຮູ້ວ່າ ຈະສຸມໃສ່ໃຫ້ບຸລິມະສິດປະກອບສ່ວນໃນບັນຫາຈຳນວນໜຶ່ງ, ຄື: ສ້າງນະໂຍບາຍໃຫ້ແກ່ປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ສົມບູນ; ການລົງທຶນພື້ນຖານໂຄງລ່າງໂຮງຮຽນ, ພິເສດແມ່ນເຂດຫ່າງໄກສອກຫຼີກ; ຖືການໜູນຊ່ວຍນັກຮຽນທີ່ທຸກຍາກ ແລະ ນັກຮຽນຊົນເຜົ່າສ່ວນໜ້ອຍເປັນສຳຄັນ.

TAG
VOV/VOVworld/​ໂຮງ​ຮຽນ/​ປະ​ຖົມ/ບັນ​ຍາ​ກາດ/​ສິດ​ສອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ