logo

ເປັນຄັ້ງທຳອິດລາຄານ້ຳມັນຂຶ້ນເກີນ 100 USD/ຖັງ ນັບແຕ່ປີ 2022

2026/3/9 | 09:46:13
(VOVWORLD) - ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 USD/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022.

ລາຄານ້ຳມັນຂອງໂລກເພີ່ມຂຶ້ນຢ່າງແຮງ ແລະ ເກີນ 100 USD/ຖັງ ເມື່ອຕະຫຼາດເປີດປະຕູການແລກປ່ຽນການຄ້າໃນວັນທີ 08 ມີນາ, ໃນສະພາບບັນດານັກລົງທຶນມີຄວາມວິຕົກກັງວົນວ່າ ແຫຼ່ງສະໜອງພະລັງງານທົ່ວໂລກຖືຂາດວັກຂາດຕອນຍ້ອນສະພາບຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ ເພີ່ມຂຶ້ນ. ນີ້ເປັນຄັ້ງທຳອິດລາຄານ້ຳມັນລືນລະດັບນັບແຕ່ເມື່ອເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນເດືອນ ກຸມພາ 2022. ລາຄານ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ຮັບຮູ້ຕົວເລກເພີ່ມຂຶ້ນເຖິງ 20%, ຂຶ້ນເປັນ 109,17 USD/ຖັງ - ເປັນຕົວເລກສູງສຸດນັບແຕ່ເດືອນ ກຸມພາ 2022. ໃນຂະນະນັ້ນ, ລາຄານຳມັນ Brent ເພີ່ມຂຶ້ນປະມານ 19%, ຂຶ້ນເປັນ 110,35 USD/ຖັງ.

ລາຄານ້ຳມັນເພີ່ມຂຶ້ນຢ່າງແຮງໃນສະພາບທີ່ການປະທະກັນຢູ່ພາກພື້ນ ຕາເວັນອອກກາງ ໄດ້ກ້າວເຂົ້າສູ່ອາທິດທີ 2. ບັນດານັກຊ່ຽວຊານສາກົນກ່າວເຕືອນວ່າ ຖ້າລາຄານ້ຳມັນຮັກສາກວ່າ 100 USD/ຖັງ ໃນໄລຍະຍາວນັ້ນ, ເສດຖະກິດທົ່ວໂລກອາດຈະຖືກຄວາມກົດດັ່ນຫຼາຍພໍສົມຄວນຍ້ອນລາຄາພະລັງງານເພີ່ມຂຶ້ນຢ່າງແຮງ.

TAG
VOV/VOVworld/​ວິ​ຕົກ​ກັງ​ວົນ​/ແຫຼ່ງ​ສະ​ໜອງ​/ພະ​ລັງ​ງານ/​ທົ່ວ​ໂລກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ