ການນຳບັນດາປະເທດ ອາຊຽນ ແລະ ລັດເຊຍ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ທີ່ໄດ້ຈັດຕັ້ງໃນເດືອນຕຸລາ ປີ 2021 ທີ່ຜ່ານມາ (ພາບ: TTXVN) |
ທ່ານນາງ Maria Zakharova ໄດ້ປະກາດກ່ຽວກັບກອງປະຊຸມຈະມາເຖິງ ຂອງ ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ກັບບັນດາສະມາຊິກຂອງຄະນະກຳມະການອາຊຽນ ຢູ່ ມົດສະກູ, ລວມມີບັນດາເອກອັກຄະລັດຖະທູດ ຂອງບັນດາປະເທດ ສະມາຊິກ ອາຊຽນ ຢູ່ ລັດເຊຍ. ກອງປະຊຸມຈະດຳເນີນໃນວັນທີ 17 ກຸມພາ, ໂດຍສຸມໃສ່ເຂົ້າໃນການຜັນຂະຫຍາຍບັນດາຂອງກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ທີ່ໄດ້ຈັດຕັ້ງໃນເດືອນຕຸລາ ປີ 2021 ທີ່ຜ່ານມາ. ຄາດວ່າ ເຈົ້າໜ້າທີ່ບັນດາປະເທດ ກໍ່ຈະປຶກສາຫາລື ບັນດາມາດຕະການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງຝ່າຍ ໃນບັນດາຂົງເຂດຄື ການເມືອງ, ການຄ້າ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ຝ່າຍ ລັດເຊຍ ໄດ້ ເນັ້ນໜັກເປັນພິເສດເຖິງ ບັນດາບັນຫາພ້ອມກັນຮັບມືກັບບັນດາສິ່ງທ້າທາຍ ແລະ ໄພນາບຂູ່ໃນປັດຈຸບັນ, ລວມມີບັນດາຂົງເຂດສາທາລະນະສຸກ, ການປ້ອງກັນຕ້ານໂລກລະບາດໂຄວິດ - 19. ນອກຈາກນັ້ນ, ສອງຝ່າຍ ຈະແລກປ່ຽນທັດສະນະກ່ຽວກັບບາງບັນຫາສະຖານະການ ໃນໂຄງການດຳເນີນງານຂອງສາກົນ ແລະ ພາກພື້ນ, ລວມມີ ການເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ຢູ່ເຂດອາຊີ - ປາຊີຟິກ.




