logo

ເພີ່ມທະວີການຮ່ວມມືດ້ານການສື່ສານ ຫວຽດນາມ - ລາວ

2025/11/13 | 10:57:25
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ເນັ້ນໜັກເຖິງການເຄື່ອນໄຫວຮ່ວມມືລະຫວ່າງບັນດາສຳນັກຂ່າວສານ, ອົງການສື່ສານ ຫວຽດນາມ ແລະ ລາວ
ທີ່ການຕ້ອນຮັບ
(ພາບ: TTXVN)

        ວັນທີ 13 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ວັນນະສິນ ສິມມະວົງ, ຜູ້ອຳນວຍການໃຫຍ່ສຳນັກງານຂ່າວສານປະເທດລາວ (KPL) ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ເນັ້ນໜັກເຖິງການເຄື່ອນໄຫວຮ່ວມມືລະຫວ່າງບັນດາສຳນັກຂ່າວສານ, ອົງການສື່ສານ ຫວຽດນາມ ແລະ ລາວ ບໍ່ພຽງແຕ່ປະກອບສ່ວນແຜ່ຂະຫຍາຍຂໍ້ມູນກ່ຽວກັບເຫດການໃຫຍ່, ຊ່ວຍໃຫ້ປະຊາຊົນ 2 ປະເທດ ແລະ ເພື່ອນມິດສາກົນມີຄວາມເຂົ້າໃຈແຈ້ງກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງມີຄວາມໝາຍສຶກສາຢ່າງເລິກເຊິ່ງຕໍ່ລຸ້ນໜຸ່ມ, ຊ່ວຍໃຫ້ເຂົາເຈົ້າມີສະຕິຄວາມຮັບຮູ້, ເຄົາລົບມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນສັດຊື່ບໍລິສຸດຂອງ 2 ຊາດຫຼາຍກວ່າເກົ່າອີກດ້ວຍ.

        ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີໃຫ້ KPL ແລະ ສຳນັກຂ່າວສານ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຈັດການຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມືໄລຍະໃໝ່; ເອົາໃຈໃສ່ສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນ, ຍົກສູງຄຸນນະພາບ, ນະວັດຕະກຳໃນການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີສື່ສານ.

TAG
VOV/VOVworld/ເພື່ອນ​ມິດ/​ສາ​ກົນ​/ມູນ​ເຊື້ອ/​ສາ​ມັກ​ຄີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ