(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Ganzorig Damdin, ປະທານສານປະຊາຊົນສູງສຸດ ມົງກົນ) |
ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງປະທານສານປະຊາຊົນສູງສຸດຂອງ 2 ປະເທດ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນດຽວກັນ, ໃນນັ້ນ, 2 ຝ່າຍໄດ້ເປັນເອກະພາບເນື້ອໃນຈຳນວນໜຶ່ງໃນເລື່ອງ ສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳ, ກໍ່ຄືແຜນການຮ່ວມມືໃນໄລຍະຈະມາເຖິງ; ສະໜັບສະໜູນຂະແໜງສານຂອງ 2 ປະເທດເພີ່ມທະວີການຮ່ວມມື, ຮັບປະກັນໃຫ້ແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດ. ພ້ອມກັນນັ້ນ, ທ່ານປະທານປະເທດກໍ່ຮັບຮູ້ຄວາມມານະພະຍາຍາມຂອງສານປະຊາຊົນສູງສຸດລະຫວ່າງ 2 ປະເທດ ໃນການຊຸກຍູ້ການຮ່ວມມືດ້ານຍຸຕິທຳ.
ສ່ວນທ່ານ Ganzorig Damdin, ປະທານສານປະຊາຊົນສູງສຸດ ມົງກົນ ເຊື່ອໝັ້ນວ່າ, ການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ, ໃນນັ້ນ, ການຮ່ວມມືດ້ານຍຸຕິທຳຈະກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນ.




