logo

ເພີ່ມທະວີການເຊື່ອມຕໍ່ດ້ານການທ່ອງທ່ຽວ ຫວຽດນາມ - ໄທ: ຊອກຫາໂອກາດໃນສະພາບການທີ່ຜັນຜວນ

2026/3/11 | 08:42:42
(VOVWORLD) -  ບັນດານັກການທູດ ແລະ ນັກຊ່ຽວຊານແຖວໜ້າໃນຂະແໜງທ່ອງທ່ຽວ, ການບິນ ໄດ້ປຶກສາຫາລືກ່ຽວກັບຍຸດທະສາດຊຸກຍູ້ກະແສແຂກທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ.
(ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ)

ກອງປະຊຸມສຳມະນາເລີ່ມເຄື່ອນໄຫວຕະຫຼາດປີ 2026 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ມີນາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ. ບັນດານັກການທູດ ແລະ ນັກຊ່ຽວຊານແຖວໜ້າໃນຂະແໜງທ່ອງທ່ຽວ, ການບິນ ໄດ້ປຶກສາຫາລືກ່ຽວກັບຍຸດທະສາດຊຸກຍູ້ກະແສແຂກທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ໄທ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ຢືນຢັນທີ່ຕັ້ງທີ່ນັບມື້ນັບສູງຂອງທ່ອງທ່ຽວ ຫວຽດນາມ ແລະ ໃຫ້ຂໍ້ສັງເກດຢ່າງກົງໄປກົງມາຕໍ່ບັນດາຄວາມກົດດັນພາວະວິໄສຈາກສະພາບພູມສາດການເມືອງ:

“ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາຈຸດນັດພົບດູດດື່ມທີ່ສຸດຢູ່ພາກພື້ນ. ຫວຽດນາມ ໄດ້ວາງເປົ້າໝາຍການເຕີບໂຕ GDP ສະເລ່ຍແມ່ນກວ່າ 10%/ປີ, ຖືການທ່ອງທ່ຽວແມ່ນເສົາຄ້ຳຕົ້ນຕໍ. ເຖິງຢ່າງໃດກໍ່ຕາມ, ການທ່ອງທ່ຽວພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນຄວາມເຄັ່ງຕຶງດ້ານພູມສາດການເມືອງໃນທົ່ວໂລກ, ບັນດາການຜັນແປດັ່ງກ່າວທັງເປັນສິ່ງທ້າທາຍ, ທັງແມ່ນໂອກາດໃໝ່ ເມື່ອແຂກທ່ອງທ່ຽວມີທ່າອ່ຽງຊອກຫາສະຖານທີ່ປອດໄພ, ມີສະຖຽນລະພາບ ແລະ ເຊື່ອມຕໍ່ເປັນຢ່າງດີຄື ໄທ ແລະ ຫວຽດນາມ”.

TAG
VOV/VOVworld/ສິ່ງທ້າທາຍ/ເຄັ່ງຕຶງ/ພູມສາດ/ການເມືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ