ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານເລຂາພັກນະຄອນ ຮ່າໂນ້ຍ ຫງວຽນຢຸຍງອກ ໃນການເຮັດວຽກ |
ໃນການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານ ເຊິ່ງນະຄອນ ຮ່າໂນ້ຍ ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນການຍູ້ແຮງການຫັນເປັນດີຈີຕອນໃນວຽກງານຊີ້ນຳ, ບໍລິຫານ, ປະສານສົມທົບລະຫວ່າງຮູບແບບເຊິ່ງໜ້າ ແລະ ທາງໄກ; ສະເໜີໃຫ້ສອງຝ່າຍເພີ່ມທະວີບັນດາໂຄງການຮ່ວມມືໃນທຸກຂົງເຂດ, ເພື່ອໃຫ້ ຮ່າໂນ້ຍ ແລະ ວຽງຈັນ ກາຍເປັນແບບຢ່າງໃນການປະຕິບັດເນື້ອໃນນີ້. ສ່ວນທ່ານ ຫງວຽນຢຸຍງອກ ເລຂາຄະນະພັກນະຄອນ ຮ່າໂນ້ຍ ມີຄວາມປາດຖະໜາວ່າ ນະຄອນ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ຈະຫັນບັນດາການເຄື່ອນໄຫວເປັນລະອຽດ, ເພີ່ມທະວີການຮ່ວມສຳພັນເສດຖະກິດ ແລະ ການຮ່ວມມືໃນທຸກຂົງເຂດ, ມຸ່ງໄປເຖິງເປົ້າໝາຍພັດທະນາ.
ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມເຂດວາງສະແດງບັນດາຜະລິດຕະພັນຫັດຖະກຳຂອງບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງ ຮ່າໂນ້ຍ.




