logo

ເລ​ຂາ​ທິ​ການ​ໃຫຍ່: ​ສ້າງ​ລະ​ບອບ​ລະ​ບຽບ​ການ​ພັດ​ທະ​ນາ​ກິ​ລາ​ກາຍ​ຍະ​ກຳ​ທັນ​ສະ​ໄໝ, ຄົບ​ສຸດ​ໃຫ້​ສຳ​ເລັດ

2026/3/28 | 08:35:28
(VOVWORLD) -  ວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງກິລາກາຍຍະກຳ ຫວຽດນາມ ຄົບຮອບ 80 ປີ (27/3/1946-27/3/2026). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ.
ທ່ານເລຂາທິການໃຫຍ່ ໂຕເລິມ  ກ່າວຄຳເຫັນທີ່ພິທີ (ພາບ: VOV)

  ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ດັ່ງນັ້ນ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຄະນະ, ຂະແໜງການ, ບັນດາກົມກອງໝູ່ຄະນະ, ທ້ອງຖິ່ນ, ໂຮງຮຽນ, ວິສາຫະກິດ ແລະ ທົ່ວສັງຄົມ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມໃຫ້ເປັນຢ່າງດີທີ່ສຸດ. ທ່ານກ່າວວ່າ:

        “ທີໜຶ່ງ: ຕ້ອງຮີບເຮັ່ງສ້າງລະບອບລະບຽບການພັດທະນາກິລາກາຍຍະກຳຕາມທິດທັນສະໄໝ, ຄົບຊຸດ, ເປີດທາງໃຫ້ແກ່ການພັດທະນາຍາວນານຢ່າງສຳເລັດ. ທີສອງ: ຕ້ອງພັດທະນາກິລາກາຍຍະກຳມະຫາຊົນຢ່າງແຮງ. ນີ້ແມ່ນໜ້າທີ່ໃຈກາງ, ຍາວນານຂອງຂະແໜງກິລາກາຍຍະກຳໃນໄລຍະຈະມາເຖິງ. ທີສາມ: ຕ້ອງຍົກລະດັບການສຶກສາກາຍຍະກຳ ແລະ ກິລາໃນໂຮງຮຽນ, ຖືນີ້ແມ່ນກົກເຄົ້າຂອງຍຸດທະສາດພັດທະນາຊາວ ຫວຽດນາມ. ທີສີ່: ຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການອະນຸລັກຮັກສາ, ພັດທະນາກິລາພື້ນເມືອງຂອງຊາດ ແລະ ບັນດາຮູບບແບບກິລາຕິດພັນກັບວັດທະນະທຳຊຸມຊົນ. ທີຫ້າ: ຕ້ອງພັດທະນາກິລາທີ່ມີຜົນງານສູງຕາມທິດເປັນມືອາຊີບ, ວິທະຍາສາດ, ຊື່ສັດ ແລະ ຍືນຍົງ. ທີຫົກ: ຕ້ອງເປັນກວ້າງນິຍາມກິລາຕາມທິດຮອບດ້ານກວ່າ, ລວມທັງການເຄື່ອນໄຫວທາງກາຍ ແລະ ສະຕິປັນຍາ. ທີເຈັດ: ຕ້ອງຍູ້ແຮງການຫັນເປັນສັງຄົມຢ່າງມີກຳນົດທິດ, ມີມາດຕະຖານຮັບຜິດຊອບສຳລັບກິລາກາຍຍະກຳ. ທີແປດ: ຕ້ອງເປີດກວ້າງການຮ່ວມມືສາກົນ, ຍົກສູງທີ່ຕັ້ງກິລາ ຫວຽດນາມ ແລະ ຮຽນຮູ້ບົດຮຽນປະສົບການທີ່ກ້າວໜ້າຂອງໂລກ”.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ກົມກິລາ, ກາຍຍະກຳ ຫວຽດນາມ  (ພາບ: VOV)

        ໃນພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ກົມກິລາ, ກາຍຍະກຳ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ).

ຫວຽດແອັງ

TAG
VOV/VOVworld/​ກິ​ລາ​ກາຍ​ຍະ​ກຳ​ທັນ​ສະ​ໄໝ/ຄົບ​ສຸດ/ກະຊວງວັດທະນະທຳ/ກິລາ ແລະ ທ່ອງທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ