logo

ເລຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕັດ​ສິນ​ໃຈ​ປະ​ຕິ​ບັດ​ມ​ະ​ຕິ 57 ຂອງ​ກົມ​ການ​ເມືອງ ຢ່າງ​ມີ​ໄຊ

2025/4/1 | 11:23:00
(VOVWORLD) -   ຕອນເຊົ້າວັນທີ 1 ເມສາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ໄດ້ຈັດກອງປະຊຸມຮ່ຳຮຽນຕາມຫົວເລື່ອງກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.
 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ເປັນປະທານກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ.

        ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ແມ່ນການເລືອກເຟັ້ນທີ່ຈຳເປັນ, ແມ່ນເສັ້ນທາງໜຶ່ງດຽວເພື່ອນຳປະເທດພັດທະນາ ແລະ ຍົກສູງຊີວິດການເປັນຢູ່, ຕອບສະໜອງຄວາມຕ້ອງການຂອງປະຊາຊົນນັບມື້ນັບສູງຂຶ້ນ.

        “ຂ້າພະເຈົ້າຖືວ່າ ມີ 2 ເປົ້າໝາຍຕົ້ນຕໍ ເຊິ່ງພວກເຮົາຕ້ອງມຸ່ງໄປເຖິງນັ້ນແມ່ນ ບໍລິຫານສັງຄົມໄດ້ດີກວ່າ, ທີສອງແມ່ນໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດດຳເນີນທຸລະກິດ ເພື່ອເພີ່ມສະມັດຕະພາບອອກແຮງງານ ແລະ ສ້າງວັດຖຸເຄື່ອງຂອງໄດ້ຫຼາຍກວ່າເກົ່າ.”

        ທ່ານເລຂາທິການໃຫຍ່ໄດ້ຍົກອອກບັນດາບັນຫາທີ່ລະອຽດທີ່ສຸດ, ບັນດາມາດຕະການ ເພື່ອຜັນຂະຫຍາຍປະຕິບັດມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.


TAG
VOV/VOVworld/ມະ​ຕິ​ເລກ​ທີ 57/ນະ​ວັດ​ຕະ​ກຳ/ດຳ​ເນີນ​ທຸ​ລະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ