logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟູ່ມ​ເຟືອຍ, ໄພ​ຫຍໍ້​ທໍ້​ແມ່ນ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ

2026/3/2 | 11:32:33
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັ້ກວ່າການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ ແມ່ນໜ້າທີ່ສຳຄັນພິເສດ, ເປັນປະຈຳ, ຍາວນານຂອງວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ.
ການເຮັດວຽກ (ພາບ: VOV)

ວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການເຮັດວຽກກັບ ຄະນະການເມືອງພາຍໃນສູນກາງ ແລະ ອົງການທີ່ກ່ຽວຂ້ອງຈຳນວນໜຶ່ງເພື່ອປະກອບຄຳເຫັນ ໃສ່ແຜນຮ່າງ ສະຫຼຸບ 20 ປີແຫ່ງການປະຕິບັດມະຕິກອງປະຊຸມຄັ້ງທີ 3 ຂອງສູນກາງພັກສະໄໝທີ X ກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກ ຕໍ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້; ສະເໜີ ຄະນະບໍລິຫານງານສູນກາງພັກພິຈາລະນາ, ປະກາດມະຕິກ່ຽວກັບວຽກງານປ້ອງກັນ, ຕ້ານການການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ໃນໄລຍະໃໝ່.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັ້ກວ່າການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ ແມ່ນໜ້າທີ່ສຳຄັນພິເສດ, ເປັນປະຈຳ, ຍາວນານຂອງວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ. ຢຶດໝັ້ນ, ເດັດດຽວ ຕໍ່ສູ້ສະກັດກັ້ນ, ຍູ້ຖອຍການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້ແມ່ນແຜນນະໂຍບາຍ, ແນວທາງລຸລ່ວງ, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ທັງຢຶດໝັ້ນ, ເດັດດຽວປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້, ແກ້ໄຂຢ່າງເຂັ້ມງວດ, ມີວັດທະນະທຳມະນຸດ, ສົມເຫດສົມຜົນ, ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ; ຄວບຄຸມບັນດາຂົງເຂດຫຼັກແຫຼ່ງ, ຈຳເປັນ, ຂົງເຂດໃໝ່ທີ່ຊ້ອມແຝງຄວາມສ່ຽງສູງເກີດການສໍ້ລາດບັງຫຼວງ, ການຟູ່ມເຟືອຍ, ໄພຫຍໍ້ທໍ້; ທັງຮ່ວມເດີນທາງພ້ອມກັບໜ້າທີ່ພັດທະນາເສດຖະກິດ ສັງຄົມ, ຮັບໃຊ້ເປົ້າໝາຍການເຕີບໂຕເສດຖະກິດບັນລຸລະດັບ ສອງຕົວເລກຢ່າງຕໍ່ເນື່ອງໃນຊຸມປີຈະມາເຖິງ.

TAG
VOV/VOVworld/​ການ​ສໍ້​ລາດ​ບັງ​ຫຼວງ/ການ​ຟູ່ມ​ເຟືອຍ/ໄພ​ຫຍໍ້​ທໍ້​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ