logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສົ່ງ​ສານ​ຊົມ​ເຊີຍ​ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ ທອງ​ລຸນ ສີ​ສຸ​ລິດ

2026/1/9 | 09:43:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າເລື່ອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງນີ້ຄືນໃໝ່ ແມ່ນການຮັບຮູ້ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນໃນໄລຍະຜ່ານມາ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວຄຳເຫັນອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດຄັ້ງທີ XII (ພາບ: VOV)

ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII, ວັນທີ 8 ມັງກອນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ສົ່ງສານຊົມເຊີຍ.

ໃນສານ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າເລື່ອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງນີ້ຄືນໃໝ່ ແມ່ນການຮັບຮູ້ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນໃນໄລຍະຜ່ານມາ; ພ້ອມທັງກໍ່ແມ່ນຄວາມໄວ້ວາງໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນສຳລັບທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນຄວາມມີຫົວຄິດປະດິດສ້າງໃນການວາງອອກວິໄສທັດຍຸດທະສາດ ແລະ ເປົ້າໝາຍ, ໜ້າທີ່ສຳຄັນເຊິ່ງ ກອງປະຊຸມໃຫຍ່ວາງອອກໃຫ້ແກ່ການພັດທະນາຍາວນານຂອງລາວ ໃນໄລຍະຈະມາເຖິງ. ທ່່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ບົດບາດຂອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ, ລາວ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາ, ສ້າງປະເທດຊາດແຫ່ງສັນຕິພາບ, ເອກະລາດ ແລະ ຈະເລີນຮຸ່ງເຮືອງ.

TAG
VOV/VOVworld/ລາວ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ