logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສະ​ພາ​ແຫ່ງ​ຊາດ​ກະ​ກຽມ​ວຽກ​ງານ​ເລືອກ​ຕັ້ງ​ໃຫ້​ເປັນ​ຢ່າງ​ດີ

2026/3/6 | 11:36:48
(VOVWORLD) -         ຕອນບ່າຍວັນທີ 6 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມປະກາດຂໍ້ຕົກລົງກວດກາ, ຕິດຕາມກວດກາຂອງກົມການເມືອງ, ຄະນະເລຂາທິການປີ 2026 ສຳລັບຄະນະປະຈຳພັກສະພາແຫ່ງຊາດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານກອງປະຊຸມ

  ໂດຍເປັນປະທານກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຮຽກຮ້ອງໃຫ້ຄະນະປະຈຳພັກສະພາແຫ່ງຊາດ ກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນສະໄໝ 2026 – 2031 ໃຫ້ເປັນຢ່າງດີທີ່ສຸດ. ທ່ານກ່າວວ່າ:

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

  “ເມື່ອປຽບທຽບກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງກ່ອນໆ, ພວກເຮົາເຫັນວ່າ ຄັ້ງນີ້ມີບັນດາຄຳຮຽກຮ້ອງ, ລັກສະນະທີ່ແຕກຕ່າງກັນ. ວຽກງານໄດ້ດຳເນີນຢ່າງຮີບເຮັ່ງທີ່ສຸດ, ຄຳຮຽກຮ້ອງຕ້ອງການນັບມື້ນັບສູງກວ່າ, ສົມບູນກວ່າ, ຕິດແທດກັບຄຳຮຽກຮ້ອງຕົວຈິງກວ່າ. ເລື່ອງຊີ້ນຳ, ນຳພາສະພາເລືອກຕັ້ງແຫ່ງຊາດຈັດຕັ້ງສຳເລັດການເລືອກຕັ້ງ ແມ່ນກ່ຽວຂ້ອງເຖິງທຸກດ້ານວຽກງານ, ນັບແຕ່ການໂຄສະນາ, ຮັບປະກັນຄວາມສະຫງົບປອດໄພ. ເປົ້າໝາຍສູງສຸດແມ່ນເຮັດແນວໃດໄດ້ຮັບການຕອບສະໜອງຈາກຜູ້ມີສິດເລືອກຕັ້ງເຂົ້າຮ່ວມຢ່າງຄົບຖ້ວນທີ່ສຸດ, ປະຕິບັດຖືກຕ້ອງຕາມບັນດາຂໍ້ກຳນົດຂອງກົດໝາຍທີ່ກ່ຽວຂ້ອງເຖິງການເລືອກຕັ້ງ, ບໍ່ໃຫ້ເກີດບັນດາບັນຫາໃໝ່.”

         

 

TAG
VOV/VOVworld/​ກະ​ກຽມ​ວຽກ​ງານ​ເລືອກ​ຕັ້ງ​/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ