logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຈົນ​ຮອດ​ປີ 2045

2026/3/2 | 11:38:31
(VOVWORLD) - ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ ມະຕິຕ້ອງແມ່ນການອອກແບບສັງລວມໃຫ້ແກ່ຮູບແບບການເຕີບໂຕຢູ່ລະດັບສອງຕົວເລກຂອງ ຫວຽດນາມຈົນຮອດປີ 2045, ຍ້ອນວ່ານີ້ແມ່ນຄວາມຕັດສິນໃຈຍຸດທະສາດ, ການຄັດເລືອກທີ່ມີລັກສະນະປະຫວັດສາດເພື່ອແນໃສ່ຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງກ່ຽວກັບການສ້າງມະຕິວ່າດ້ວຍວິທີການແກ້ໄຂຍຸດທະສາດຊຸກຍູ້ເສດຖະກິດເຕີບໂຕຢູ່ໃນລະດັບສອງຕົວເລກຕິດພັນກັບການກຳນົດຮູບແບບການເຕີບໂຕໃໝ່. ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ ມະຕິຕ້ອງແມ່ນການອອກແບບສັງລວມໃຫ້ແກ່ຮູບແບບການເຕີບໂຕຢູ່ລະດັບສອງຕົວເລກຂອງ ຫວຽດນາມຈົນຮອດປີ 2045, ຍ້ອນວ່ານີ້ແມ່ນຄວາມຕັດສິນໃຈຍຸດທະສາດ, ການຄັດເລືອກທີ່ມີລັກສະນະປະຫວັດສາດເພື່ອແນໃສ່ຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ. ທ່ານໃຫ້ຮູ້ວ່າ:

ການປະຕິຮູບລະບອບລະບຽບການຕ້ອງໄດ້ປະຕິບັດຢ່າງແທ້ຈິງ, ເຖິງຖອງ, ນຳລະບອບລະບຽບການກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງ. ບັນດາຂໍ້ກຳນົດຂອງກົດໝາຍຕ້ອງຈະແຈ້ງ ແລະ ມີລັກສະນະກົດໝາຍສູງ; ສ້າງຖັນແຖວພະນັກງານທີ່ມີວິໄສທັດ, ມີຄວາມເກັ່ງກ້າສາມາດ… ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່, ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີຄວາມເກັ່ງກ້າສາມາດໃນການຄຸ້ມຄອງແຫ່ງຊາດ ແລະ ຕິດພັນການເຕີບໂຕ ກັບຄວາມຍຸຕິທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

TAG
VOV/VOVworld/ເລ​ຂາ​ທິ​ການ​ໃຫຍ່/ໂຕ​ເລິມ/​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ/ການ​ພັດ​ທະ​ນາ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ