logo

ເລີມ​ດົ່ງ ປະ​ກາດ​​ກົດ​ລະ​ບຽບ​ປະ​ສານ​ສົມ​ທົບ​ຕ້ານ​ການ​ຂຸ​ດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຜິດ​ກົດ​ໝາຍ (IUU)

2026/3/28 | 07:58:23
(VOVWORLD) - ກົດລະບຽບປະສານສົມທົບລະຫວ່າງຂະແໜງກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ (IUU) ໂດຍຄະນະກຳມະການປະຊາຊົນແຂວງ ເລີມດົງປະກາດໃຊ້ນັ້ນ ກຳນົດລວມມີ 5 ເນື້ອໃນ. 
ກຳລັງທະຫານປ້ອງກັນຊາຍແດນ ກວດກາອຸປະກອນຕິດຕາມກວດກາການເຄື່ອນໄຫວຂອງເຮືອຫາປາ (ພາບ: laodong.vn)

ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 27 ມີນາ ເປັນຕົ້ນໄປ, ກົດລະບຽບປະສານສົມທົບລະຫວ່າງຂະແໜງກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ (IUU) ໂດຍຄະນະກຳມະການປະຊາຊົນແຂວງ ເລີມດົງປະກາດໃຊ້ນັ້ນ ກຳນົດລວມມີ 5 ເນື້ອໃນ, ລວມມີ: ສົມທົບກັນຖະແຫຼງຂ່າວ, ໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການຕ້ານການຂຸດຄົ້ນ IUU; ສົມທົບກັນປະຕິບັດກົດໝາຍ, ແກ້ໄຂກໍລະນີລະເມີດຂໍ້ກຳນົດ IUU; ການຮ່ວມມືສາກົນກ່ຽວກັບການຕ້ານການຂຸດຄົ້ນ IUU; ສົມທົບກັນຂຶ້ນສະຖິຕິ, ລາຍງານໝາກຜົນປະຕິບັດການຕ້ານການຂຸດຄົ້ນ IUU; ສົມທົບກັນກວດກາ, ຕີລາຄາ ແລະ ລະດົມແຫຼ່ງກຳລັງປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU.

ກົດລະບຽບກຳນົດຫຼັກການ, ເນື້ອໃນ ແລະ ແບ່ງໜ້າວຽກຄວາມຮັບຜິດຊອບສົມທົບລະຫວ່າງບັນດາພະແນກ, ຂະແໜງການ, ກຳລັງມີໜ້າທີ່ຮັບຜິດຊອບ ແລະ ຄະນະກຳມະການປະຊາຊົນບັນດາຕາແສງ, ເຂດພິເສດ ຝູກຸຍ ທີ່ມີກ່ຳປັ່ນຫາປາກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດໃນບໍລິເວນແຂວງ ເລິມດົ່ງ.

ແຂວງ ກວາງນິງ ປະຕິບັດວຽກງານການຄວບຄຸມເຮືອຫາປາເຂົ້າອອກທ່າ, ກວດກາແຫຼ່ງທີ່ມາຂອງສິນທະເລສິນໃນນ້ຳກໍໄດ້ຮັບການປະຕິບັດຢ່າງແໜ້ນແຟ້ນ.

ໃນຂະນະນັ້ນ, ແຂວງ ກວາງນິງ ກໍພວມຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ ແນໃສ່ສະກັດກັ້ນ, ມຸ່ງໄປເຖິງການລົບລ້າງກໍລະນີຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ວຽກງານການຄວບຄຸມເຮືອຫາປາເຂົ້າອອກທ່າ, ກວດກາແຫຼ່ງທີ່ມາຂອງສິນທະເລສິນໃນນ້ຳກໍໄດ້ຮັບການປະຕິບັດຢ່າງແໜ້ນແຟ້ນ.

TAG
VOV/VOVworld/IUU/ຂຸດ​ຄົ້ນ​ສິນ​ໃນ​ນ້ຳ/ສິນ​ທະ​ເລ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ