logo

ເລີມຮັ່ງນີ - ແມ່ຍິງ startup ຈາກຜົງຂີ້ໝີ້ນ

2024/12/15 | 10:00:00
(VOVWORLD) - ໃນເບື້ອງຕົ້ນເອື້ອຍ ຮັ່ງນີ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນເຮັດດ້ວຍມື ແລະ ສົ້ນອອກບໍ່ເປັນປົກກະຕິ.
(ຜົງຂີ້ໝີ້ນຮັບການຕີລາຄາສູງຈາກຜູ້ບໍລິໂພກ)

ເອື້ອຍ ເລີມຮັ່ງນີ, ຢູ່ບ້ານ ອົງບິກ, ຕາແສງ ແຄງບິ່ງ, ເມືອງ ເຈິ່ນວັນເທີຍ, ແຂວງ ກ່າເມົາ ໄດ້ສ້າງຮູບແບບຜະລິດຜົງຂີ້ໝີ້ນບັນລຸຜົນສຳເລັດ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ຍ້ອນດີຕໍ່ສຸ້ຂະພາບ. ຜະລິດຕະພັນຜົງຂີ້ໝີ້ນຍາດໄດ້ລາງວັນແມ່ຍິງ startup ລະດັບຊາດ.

ເອື້ອຍ ເລີມຮັ່ງນີ startup ຈາກແນວຄິດເກັບຊື້ຂີ້ໝີ້ນສົດຈາກບັນດາຄອບຄົວ ແລະ ຂາຍໃຫ້ບັນດາຕະຫຼາດຂາຍສົ່ງຢູ່ທ້ອງຖິ່ນ. ໂດຍນຳໃຊ້ຂີ້ໝີ້ນທີ່ຖືກຄັດອອກຈາກວິວັດການຂາຍຂີ້ໝີ້ນສົດ, ຜົວເມຍເອື້ອຍໄດ້ຜະລິດອອກຜະລິດຕະພັນຜົງຂີ້ໝີ້ນເພື່ອສະໜອງໃຫ້ຕະຫຼາດ.

“ຂ້າພະເຈົ້າມີແນວຄວາມຄິດ ແລະ ຜະລິດອອກເທົ່ານັ້ນ. ຂ້າພະເຈົ້າເບິ່ງທາງອິນເຕີເນັດກ່ຽວກັບຕະຫຼາດ, ກັບຄົ້ນຄວ້າກ່ຽວກັບປະສິດທິຜົນຂອງຜົງຂີ້ໝີ້ນແມ່ນຄືແນວໃດ. ຖ້າໄດ້ຮັບການໜູນຊ່ວຍຕື່ມອີກ ຫຼື ຂາຍໄດ້ຫຼາຍ ຂ້າພະເຈົ້າຈະສືບຕໍ່ລົງທຶນເຄື່ອງຈັກ, ຕ່ອງໂສ້ຜະລິດ ເພື່ອຍົກສູງມູນຄ່າໃຫ້ແກ່ຜະລິດຕະພັນ”.

ໂດຍຜະລິດຜົງຂີ້ໝີ້ນແຕ່ປີ 2017, ໃນເບື້ອງຕົ້ນເອື້ອຍ ຮັ່ງນີ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນເຮັດດ້ວຍມື ແລະ ສົ້ນອອກບໍ່ເປັນປົກກະຕິ. ໂດຍໄດ້ຮັບການໜູນຊ່ວຍຈາກສະຫະພັນແມ່ຍິງຕາແສງ ແຄງບິ່ງ ໄດ້ເຂົ້າເຖິງແຫຼ່ງທຶນສິນເຊື່ອ, ເອື້ອຍ ນີ ໄດ້ລົງທຶນຊື້ຈັກບົດ, ຈັກອົບຂີ້ໝີ້ນເພື່ອໃຫ້ມີສະມັດຕະພາບສູງກວ່າ, ມີຄຸນນະພາບສູງກວ່າ. ເອື້ອຍ ກໍ່ຄ່ອຍໆດັດປັບຮູບແບບເທື່ອລະກ້າວ, ບັນລຸໃບຢັ້ງຢືນຜະລິດຕະພັນຂອງໂຄງການໜຶ່ງຕາແສງ/ບ້ານ ໜຶ່ງຜະລິດຕະພັນກະສິກຳ (OCOP) 3 ດາວຂອງເມືອງ ເຈິ່ນວັນເທີຍ, ສະນັ້ນ ສົ້ນອອກກໍ່ມີຄວາມສະດວກ. ເອື້ອຍ ເລງອັກຕູ, ຢູ່ຕາແສງ ແຄັງບິ່ງ, ແບ່ງປັນວ່າ:

“ແຕ່ດົນແລ້ວຂ້າພະເຈົ້າພຽງແຕ່ໃຊ້ຜົງຂີ້ໝີ້ນຂອງສະຫະກອນ. ມີສີງາມທີ່ສຸດ, ນຳໃຊ້ເພື່ອປຸງແຕ່ງອາຫານກໍ່ດີ. ຂ້າພະເຈົ້າກໍ່ເອົານ້ຳເຜິ້ງໃສ່ກັບຜົງຂີ້ໝີ້ນເພື່ອກິນໃນຕອນເຊົ້າແຕ່ລະມື້. ມີຫຼາຍແຫ່ງຂາຍຜົງຂີ້ໝີ້ນ, ແຕ່ນັບແຕ່ກ່ອນມາຮອດປະຈຸບັນ, ຂ້າພະເຈົ້າພຽງແຕ່ຊື້ຢູ່ທີ່ນີ້, ເຫັນວ່າຜະລິດຕະພັນມີຄຸນນະພາບດີ”.

(ໃນເບື້ອງຕົ້ນເອື້ອຍ ຮັ່ງນີ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນເຮັດດ້ວຍມື)

ກ່ອນນີ້ 2 ປີ, ຄືປີ 2022, ເອື້ອຍ ນີ ໄດ້ສ້າງຕັ້ງສະຫະກອນ ເຍີດຮຸຍ (ຢູ່ບ້ານ ອົງບິກ, ຕາແສງ ແຄັງບິ່ງ), ດ້ວຍສະມາຊິກສະຫະກອນ 8 ຄົນ ໂດຍເອື້ອຍເປັນປະທານສະພາຄຸ້ມຄອງ, ທັງເປັນຫົວໜ້າສະຫະກອນ. ບັນດາສະມາຊິກຂອງສະຫະກອນໄດ້ນຳໃຊ້ເນື້ອທີ່ດິນຢູ່ອ້ອມບ້ານເພື່ອປູກຕົ້ນຂີ້ໝີ້ນ, ສ່ວນສະຫະກອນຈະເກັບຊື້ຜະລິດຕະພັນ. ພ້ອມກັນນັ້ນ, ຍັງເຊື່ອມຕໍ່ກັບບັນດາຄອບຄົວຢູ່ທ້ອງຖິ່ນເພື່ອປູກ, ເພື່ອໃຫ້ມີແຫຼ່ງວັດຖຸດິບສະໜອງເປັນປົກກະຕິ 12 ເຮັກຕາ. ສະຫະກອນຍັງເກັບຊື້ຂີ້ໝີ້ນສົດ ຊ່ວຍໃຫ້ພໍ່ແມ່ປະຊາຊົນຫຼາຍຄົນມີລາຍຮັບຕື່ມອີກ. ບັນດາສະມາຊິກຂອງສະຫະກອນ ເຍີດຮຸຍ ມີຄວາມເອກອ້າງທະນົງໃຈຍ້ອນໄດ້ຜະລິດອອກຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ເພື່ອສຸຂະພາບຂອງທຸກໆຄົນ. ຈາກນັ້ນ, ຫຼາຍຄົນກໍ່ຊົມໃຊ້ຜະລິດຕະພັນຜົງຂີ້ໝີ້ນຫຼາຍກວ່າ. ເອື້ອຍ ເລິມຮັ່ງນີ, ຫົວໜ້າສະຫະກອນ ເຍິດຮຸຍ, ໃຫ້ຮູ້ວ່າ:

“ກ່ຽວກັບແນວພັນ, ສະຫະກອນໄດ້ສະໜອງໃຫ້ພໍ່ແມ່ປະຊາຊົນເພື່ອປູກ. ການບົວລະບັດ, ໃສຸ່່ນສະຫະກອນຈະສົມທົບ, ຕິດຕາມ ແລະ ສະໜອງຸ່ນອົງຄະທາດໃຫ້ພໍ່ແມ່ປະຊາຊົນ. ເວົ້າລວມແລ້ວ, ລະຫວ່າງປະຊາຊົນ ແລະ ສະຫະກອນ ໄດ້ເຊັນສັນຍາ. ພໍ່ແມ່ປະຊາຊົນປູກ, ຂ້າພະເຈົ້າມາເກັບຊື້ໃຫ້”.

ສະຫະກອນຍັງນຳໃຊ້ບັນດາສິ່ງເສດເຫຼືອຂອງຂີ້ໝີ້ນ ເພື່ອເຮັດຝຸ່ນອົງຄະທາດ, ນຳໃຊ້ໃຫ້ລະດູການຕໍ່ໄປ. ສິ່ງດັ່ງກ່າວໄດ້ຊ່ວຍປະຢັດລາຍຈ່າຍ ແລະ ຫຼຸດຜ່ອນສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມ. ເອື້ອຍ ນີ ໄດ້ນຳເອົາໂຄງການຜະລິດຜົງຂີ້ໝີ້ນແດງຂອງສະຫະກອນເຂົ້າຮ່ວມການແຂ່ງຂັນແມ່ຍິງ startup. ໃນເດືອນ ຕຸລາ ຜ່ານມາ, ທີ່ຮອບຊີງຊະນະເລີດທົ່ວປະເທດ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບລາງວັນຊົມເຊີຍໃຫ້ແກ່ໂຄງການຂອງເອື້ອຍ.

ປະຈຸບັນ, ຄິດສະເລ່ຍແຕ່ລະເດືອນ, ສະຫະກອນ ເຍີດຮຸຍ ໄດ້ສະໜອງຜົງຂີ້ໝີ້ນໃຫ້ແກ່ຕະຫຼາດປະມານ 50 ກີໂລກຣາມ, ດ້ວຍລາຄາ 1 ລ້ານດົ່ງ (40 USD)/ກີໂລກຣາມ. ສະຫະກອນກໍ່ຍັງສະໜອງຜະລິດຕະພັນຂີ້ໝີ້ນສົດໃຫ້ແກ່ແມ່ຄ້າຊາວຂາຍຕື່ມອີກ. ໃນໄລຍະຈະມາເຖິງ, ສະຫະກອນປາດຖະໜາຢາກເປີດກວ້າງການຜະລິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ຜ່ານນັ້ນ, ກໍ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນ, ໂດຍສະເພາະແມ່ນເອື້ອຍນ້ອງແມ່ຍິງ.

TAG
VOV/VOVworld/ຜົງຂີ້ໝີ້ນ/ດັດປັບ/ຮູບແບບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ