logo

ເລີ່ມເຄື່ອນໄຫວກົນໄກຮ່ວມມືປະຕິບັດກົດໝາຍເຂດຊາຍແດນ ຫວຽດນາມ - ຈີນ - ລາວ

2026/3/26 | 10:40:00
(VOVWORLD) - ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ.
ທີພິທີເຊັນຂໍ້ຕົກລົງ
(ພາບ: nhandan.vn)

        ວັນທີ 25 ມີນາ, ຢູ່ເມືອງ ຈາງເຈິງ, ນະຄອນ ຟູອາຍ, ແຂວງ ຢຸນໜານ, ປະເທດ ຈີນ, ກອງຄຸ້ມຄອງເຂດຊາຍແດນ ຟູອາຍ, ປ້ອມກວດກາຊາຍແດນເຂົ້າ - ອອກເມືອງ ມາງຄັງ (ຈີນ); ຄະນະບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຕຳຫຼວດແຂວງ ຜົ້ນສາລີ (ລາວ) ໄດ້ເລີ່ມຈັດການເຄື່ອນໄຫວ “ກົນໄກຮ່ວມມືປະຕິບັດກົດໝາຍຢູ່ເຂດ 3 ຫຼ່ຽມສີຂຽວ ແລະ ເຂດຊາຍແດນຕິດຈອດ ຈີນ - ລາວ - ຫວຽດນາມ” ຢ່າງເປັນທາງການ.

        ຕາມເນື້ອໃນຂອງຂໍ້ຕົກລົງ, ກົນໄກຮ່ວມມືໄດ້ສ້າງຂຶ້ນບົນຫຼັກການອະທິປະໄຕສະເໝີພາບ, ເຄົາລົບສິດອຳນາດສານຂອງກັນ, ສົມທົບກັນຢ່າງແທ້ຈິງ, ມີປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນແລະກັນ. ພິເສດ, ກົນໄກຈະຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນຢ່າງແຮງ. ໃນກໍລະນີທີ່ຈຳເປັນ, ບັນດາຝ່າຍສາມາດປຸກລະດົມບັ້ນພ້ອມກັນຈັບຕົວບັນດາອາດຊະຍາກຳ ທີ່ເຄື່ອນໄຫວໃນບໍລິເວນ 3 ປະເທດ. ພ້ອມກັນນັ້ນ, ບັນດາການເຄື່ອນໄຫວລາດຕາເວນຮ່ວມ, ເຜີຍແຜ່ກົດໝາຍ “ສອງພາສາ, ສອງຝ່າຍ” ແລະ ຝຶກອົບຮົບດ້ານວິຊາການກໍ່ຈະໄດ້ຮັບການເພີ່ມທະວີ.

TAG
VOV/VOVworld/ຈັບ​ຕົວ/ອາ​ດ​ຊະ​ຍາ​ກຳ​/​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ