ລຸງ ຫງວຽນວັນໄບ໋ ຍາມໃດກໍ່ເມົາມົວກັບການອອກແຮງງານຢູ່ໃນເນື້ອທີ່ສວນຂອງຄອບຄົວ |
ຢູ່ບ້ານ ຮວ່າເລີ້ຍ ຕາແສງ ເລືອງຮວ່າ ເມືອງ ຢົງຈູມ ບໍ່ວ່າຜູ້ໃດກໍ່ຮູ້ຈັກລຸງ ຫງວຽນວັນໄບ໋ ຍ້ອນລຸງບໍ່ພຽງແຕ່ແມ່ນຊາວກະສິກອນຜະລິດເກັ່ງເທົ່ານັ້ນ ຫາກຍັງມີວິຖີຊີວິດທີ່ລຽບງ່າຍ ແລະ ຍາມໃດກໍ່ສຸດຈິດສຸດໃຈກັບວຽການສັງຄົມຢູ່ທ້ອງຖິ່ນ. ປີນີ້ມີອາຍຸ 62 ປີ ແຕ່ລຸງ ຫງວຽນວັນໄບ໋ ຍາມໃດກໍ່ເມົາມົວກັບການອອກແຮງງານຢູ່ໃນເນື້ອທີ່ສວນຂອງຄອບຄົວ ດ້ວຍຕົ້ນໄມ້ກິນໝາກຄົບທຸກຊະນິດຄື ໝາກພ້າວ, ໝາກກ້ຽວ, ໝາກສົ້ມໂອ, ໝາກນາວ. ຈາກເນື້ອທີ່ດິນສວນສອງສາມເຮັກຕາ ຂອງປູ່ຍ່າຕາຍາຍປະໄວ້ໃຫ້ນັ້ນ, ລຸງ ໄບ໋ ໄດ້ປະຢັດເງິນ ແລະ ຊື້ດິນຕື່ມ ແລະ ມາຮອດປັດຈຸບັນ ໄດ້ມີເນື້ອທີ່ດິນສວນປະມານ 5 ເຮັກຕາ. ລຸງ ໄບ໋ ປູກຕົ້ນໄມ້ກິນໝາກຫຼາຍຊະນິດຕາມຮູບແບບອົງຄະທາດ ຫວຽດກ໊າບ ບັນລຸມານຖານສີຂຽວ. ປັດຈຸບັນສວນຂອງລຸງກໍ່ມີຕົ້ນພ້າວ 1.000 ຕົ້ນ, ຕົ້ນໝາກກ້ຽງ 2.500 ຕົ້ນ, ຕົ້ນໝາກສົ້ມໂອ 500 ຕົ້ນ ພ້ອມກັບຕົ້ນໄມ້ກິນໝາກອື່ນໆອີກຫຼາຍຊະນິດ ເພື່ອປະຕິບັດຮູບນີ້ຢ່າງມີປະສິດທິຜົນ, ລຸງ ໄບ໋ ໄດ້ໝູນໃຊ້ເຕັກນິກ ເຊິ່ງຕົນເອງໄດ້ຮຽນໄດ້ໃນການຜະລິດ. ຍ້ອນແນວນັ້ນສວນຂອງລຸງ ໄບ໋ ສາມາດຈຳກັດສັດຕູພືດ ແລະ ມີສະມັດຕະພາບດີ. ສະເພາະໝາກສົ້ມໂອໃນສວນຂອງລຸງກໍ່ໄດ້ຮັບການຢັ້ງຢືນຜະລິດຕະພັນ OCOP ສີ່ດາວ ມີມູນຄ່າສົ່ງອອກສູງ. ລຸງ ຫງວຽນວັນໄບ໋ ເປີດເຜີຍວ່າ:
“ແຕ່ລະປີຂ້າພະເຈົ້າກໍ່ເອົາຂີ້ເຫຍື້ອສິ່ງເສດເຫຼືອຈາກຕົ້ນພ້າວ ເພື່ອເຮັດຝຸ່ນຂຽວໃຊ້ເຫັດຂຽວ, ເຫັດຕີໂກເພື່ອສ້າງເປັນຝຸ່ນຂຽວ. ທີສອງ ຂ້າພະເຈົ້າລ້ຽງປາເພື່ອເອົາຂີ້ຕົມ, ສອງປີກໍ່ສູບຂຶ້ນເທື່ອໜຶ່ງ ດັ່ງນັ້ນດິນຍາມໃດກໍ່ມີໂພສະນາການຢ່າງຄົບຖ້ວນ. ຂ້າພະເຈົ້າຍັງລ້ຽງໝົດເຫຼືອງ ເພື່ອຫຼີກລ້ຽງການນຳໃຊ້ຢາເຄມີ ທັງເປັນການຮັກສາສິ່ງແວດລ້ອມ”.
ໃນຕະຫຼອດປີ, ເຂດສວນຂອງລຸງ ໄບ໋ ກໍ່ຂຽວອຸ່ມທຸ່ມ ແລະ ເຕັມໄປດ້ວຍໝາກໄມ້ທຸກຊະນິດ. ສະເລ່ຍແຕ່ລະປີ ລຸງເກັບກູ້ໝາກສົ້ມໂອໄດ້ 10 ກວ່າໂຕນ, ໝາກນາວ 1 ໂຕນ, ໝາກກ້ຽງ 5 ໂຕນ ແລະ ໝາກພ້າວນັບໜື່ນໜ່ວຍ ແລະ ລາຍຮັບແຕ່ລະປີກໍ່ປະມານສອງສາມຕື້ດົ່ງ. ລຸງ ໄບ໋ ໃຫ້ຮູ້ຕື່ມອີກວ່າ:
“ຂ້າພະເຈົ້າສ້າງລະບົບຄັນຄູອ້ອມສວນ ດັ່ງນັ້ນບໍ່ຖືກນ້ຳເຄັມຊຶມ, ແຕ່ລະປີຂ້າພະເຈົ້າກໍ່ປັບປຸງລະບົບຄັນຄູດ້ວຍການລົງທຶນແຕ່ 10 ຫາ 15% ຍອດລາຍຮັບເພື່ອຜະລິດຄືນໃໝ່. ຂ້າພະເຈົ້າ ຄວບຄຸມລະດັບຄວາມເຄັມໃນແຕ່ລະວັນ ແລະ ນຳຂໍ້ມູນເອົາລົງຊື່ສັງຄົມເຟດບຸກ, ຊາໂລເພື່ອໃຫ້ພໍ່ແມ່ພີ່ນ້ອງຮັບຊາບ”.
ຍ້ອນມີບົດຮຽນປະສົບການໃນການຜະລິດ ດັ່ງນັ້ນ ລຸງ ໄບ໋ ໄດ້ຮັບເລືອກຕັ້ງເປັນປະທານສະພາສະມາຊິກທັງເປັນຫົວໜ້າສະຫະກອນໝາກສົ້ມໂອເມືອງ ຢົ່ງຈູມ. ນອກຈາກຜະລິດດຳເນີນທຸລະກິດຄ້າຂາຍໝາກສົ້ມໂອແລ້ວທາງສະຫະກອນຍັງເປີດກວ້າງການດຳເນີນທຸລະກິດຄ້າຂາຍສິນຄ້າຜະເພດອື່ນໆ ຜ່ານນັ້ນກໍ່ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ແຮງງານຫຼາຍຄົນ. ລຸງ ໄບ໋ ກໍ່ໄດ້ຮັບນາມມະຍົດຊາວກະສິກອນຜະລິດເກັ່ງຂັ້ນສູນກາງ ແລະ ເປັນສະມາຊິກສະໂມສອນເສດຖີຊາວກະສິກອນ ຂອງແຂວງ ເບ໊ນແຈ. ທ່ານ ບຸ່ຍແທັ່ງຫຽວ ປະທານຄະນະກຳມະການປະຊາຊົນຕາແສງ ເລືອງຮວ່າ ໃຫ້ຮູ້ວ່າ:
“ລຸງ ຫວຽນວັນໄບ໋ ໄດ້ຮັບການຝຶກອົບຮົມຖ່າຍທອດເຕັກນິກການຜະລິດເຕັກນິກ ແລະ ລຸງໄດ້ໝູນໃຊ້ເຕັກໂນໂລຊີປູກຕົ້ນໄມ້ສະອາດຕາມມາດຕະຖານ. ຢູ່ທ້ອງຖິ່ນກໍ່ບໍ່ມີຫຼາຍຄົນທີ່ມີເນື້ອທີ່ສວນໃຫຍ່ຄືຂອງລຸງໄບ໋. ລຸງແມ່ນເສດຖີຊາວກະສິກອນຄົນໜຶ່ງ”.
ລຸງ ໄບ໋ ຍາມໃດກໍ່ມີຄວາມສຳນຶກວ່າ ຊາວກະສິກອນຕ້ອງຕັ້ງໜ້າອອກແຮງງານທຳການຜະລິດ ແຕ່ບໍ່ຄວນແລ່ນຕາມຂະບວນການ ບໍ່ຖືຜົນກຳໄລເໝືອກວ່າສິ່ງໃດໝົດ, ຕ້ອງເຮັດເພື່ອສຸຂະພາບຂອງຊຸມຊົນຜະລິດຕະພັນທີ່ຜະລິດອອກຕ້ອງຮັບປະກັນຄວາມປອດໄພ ຈຶ່ງສາມາດຍືນຍົງຄົງຕົວໄດ້.




