logo

ເວ​ທີ​ປາ​ໄສ​ຂັ້ນ​ສູງ​ລະ​ບົ​ບ​ສະ​ຖິ​ຕິປະ​ຊາ​ຄົມ​ອາ​ຊຽນ

2020/12/10 | 11:10:51
(VOVWORLD) - ຕອນເຊົ້າວັນທີ 10 ທັນວາ ຢູ່ຮ່າໂນ້ຍ, ຫວຽດນາມໄດ້ຈັດຕັ້ງ ເວທີປາໄສຂັ້ນສູງລະບົບສະຖິຕິປະຊາຄົມອາຊຽນ ແລະ ລະບົບສະຖິຕິແຫ່ງຊາດ ຫວຽດນາມ.
 ເວທີປາໄສຂັ້ນສູງລະບົບສະຖິຕິປະຊາຄົມອາຊຽນ (ພາບ: TTXVN)

ໃນສະພາບການອາຊຽນ ແລະ ໂລກ ໄດ້ຜ່ານຜ່າ ແລະ ພວມຜ່ານຜ່າ ບັນດາການຜັນແປຂອງໂລກລະບາດໂຄວິດ - 19, ຄວາມມານະພະຍາຍາມຂອງ ລະບົບສະຖິຕິ ຫວຽດນາມ ແລະ ລະບົບສະຖິຕິອາຊຽນ ໄດ້ສະແດງໃຫ້ເຫັນບົດບາດຕົວຈິງ. ທ່ານເຈິ່ນກ໊ວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຕາງໜ້າອົງການສະຖິຕິ ຫວຽດນາມ ເນັ້ນໜັກວ່າ:

        ຄວາມຜູກພັນ ແລະ ເປັນເຈົ້າການຮັບມືຂອງ ບັນດາອົງການສະຖິຕິໄດ້ຮັບໃຊ້ໃຫ້ລັດຖະບານຢ່າງທັນການໃນການຍົກອອກລັດຖະນະໂຍບາຍທີ່ຖືກຕ້ອງ ແລະ ບໍລິຫານພື້ນຖານເສດຖະກິດ ຄວບຄຸມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດ, ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ, ຍູ້ແຮງການຟື້ນຟູເສດຖະກິດໄດ້ມີປະສິດທິຜົນ. ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈສູງ ຕໍ່ຄວາມ ສາມາດຮັບມືກັບໂລກລະບາດໂຄວິດ - 19 ຂອງບັນດາລັດຖະບານໃນພາກພື້ນ.

        ທີ່ກອງປະຊຸມ, ບັນດາສະມາຊິກເຂົ້າຮ່ວມໄດ້ພ້ອມກັນຫວນຄືນບັນດາຜົນງານທັງລະບົບບັນລຸໄດ້ໃນໄລຍະ 10 ປີທີ່ຜ່ານມາຄື: ເພີ່ມທະວີການແບ່ງປັນຂໍ້ມູນ; ໄຈ້ແຍກ, ເຜີຍແຜ່ ຕົວເລກສະຖິຕິ, ສະຖິຕິການຄ້າສາກົນ ກ່ຽວກັບສິນຄ້າ ແລະ ການບໍລິການ.

TAG
VOV/VOVworld/​ສະ​ຖິ​ຕິ/ປະ​ຊາ​ຄົມ​ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ